ລາຄານໍ້າມັນດິບໃນຕະຫຼາດໂລກຫຼຸດລົງ 1,94%

   ວັນທີ 6 ສິງຫາທີ່ຜ່ານມາລາຄານໍ້າມັນດິບໃນຕະຫຼາດໂລກລ່ວງໜ້າປິດຫຼຸດລົງ 1,94% ຂະນະທີ່ຕະຫຼາດວິຕົກກັງວົນສົງຄາມການຄ້າລະຫວ່າງ ສປ ຈີນ ກັບ ອາເມລິກາ.

ຕາມຂ່າວຕ່າງປະເທດລາຍງານວ່າລາຄານໍ້າມັນດິບໃນຕະຫຼາດ ລ່ວງໜ້າ NYMEX ປິດຕະຫຼາດຫຼຸດລົງ 1,94% ໃນວັນທີ 6 ສິງຫາທີ່ຜ່ານມາສ່ວນລາຄານໍ້າມັນ ດິບເບຣນຫຼຸດລົງຈຸລະດັບຕໍ່າສຸດ ໃນຮອບ 7 ເດືອນ ທີ່ 58,81 ໂດ ລາ ສະຫະລັດຕໍ່ຖັງ ແລະປິດຕະ ຫຼາດທີ 60 ໂດລາ ໂດຍລາຄານໍ້າມັນໄດ້ຮັບແຮງກົດດັນຈາກສົງ ຄາມການຄ້າລະຫວ່າງຈີນກັບອາ ເມລິກາ ເພາະສົງຄາມການຄ້າດັ່ງ ກ່າວເຮັດໃຫ້ນັກລົງທຶນກັງວົນວ່າ ຄວາມຕ້ອງການນໍ້າມັນໃນຕະຫຼາດ ອາດຫຼຸດລົງ.ສ່ວນລາຄານໍ້າມັນດິບອາເມລິກາສົ່ງມອບໃນເດືອນ ກັນຍາຫຼຸດລົງ 1,06 ໂດລາມາປິດຕະຫຼາດທີ່ 53,63 ໂດລາຕໍ່ຖັງ ສ່ວນລາຄານໍ້າມັນດິບເບຣນສົ່ງມອບໃນເດືອນຕຸລາທີ່ຕະຫຼາດລອນ ດອນຫຼຸດລົງ 87 ເຊນ ຫຼື 1,45% ສູ່ 58,94 ໂດລາຕໍ່ຖັງທັງນີ້ລາຄານໍ້າມັນດິບເບຣນຫຼຸດລົງແລ້ວ ຫຼາຍກວ່າ 22% ຈາກຈຸດສູງສຸດຂອງເດືອນເມສາ.

ລັດຖະບານອາເມລິການຄາດວ່າປະລິມານການຜະລິດນໍ້າມັນທີ່ເພີ່ມຂຶ້ນໃນແອ່ງເພີມຽນ ແລະ ໃນແຫຼ່ງຜະລິດນໍ້າມັນຫິນເຊລອື່ນໆຈະຊ່ວຍຊົດເຊີຍປະລິມານການຜະລິດນໍ້າມັນທີ່ຫຼຸດລົງໃນອ່າວເມັກຊິກຊຶ່ງເປັນຜົນມາຈາກພາຍຸເຮີຣິ ເຄນແບຣີ.

  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ