ສຶກສາ ຄົງເຊໂດນເປີດຮຽນການເມືອງ ໃຫ້ແກ່ພະນັກງານ

   ຫ້ອງການສຶກສາທິການ ແລະກີລາເມືອງຄົງເຊໂດນ ( ສກມຄົງເຊໂດນ) ໄດ້ຈັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງໃຫ້ແກ່ພະນັກງານລັດຖະກອນສຶກສາທົ່ວເມືອງປະຈຳປີ 2019 ຂຶ້ນໃນວັນທີ 6 ສິງຫາ ຜ່ານມາ ທີ່ ສະໂມສອນໂຮງຮຽນ ມສ ຄົງເຊໂດນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳສຸກ ແກ້ວວົງສອງ ຮອງເຈົ້າເມືອງຄົງເຊໂດນ, ທ່ານ ຄໍາອອນ ພອນປະເສີດຫົວໜ້າພະ ແນກກົມກວດກາກະຊວງສຶກສາທິການ ແລະກີລາ, ທ່ານ ສົມຈິດພົມຈັນຫອມ ຮອງຫົວໜ້າຫ້ອງ ການສຶກສາທິການ ແລະກີລາເມືອງ, ມີທ່ານຄະນະກວດກາ ເມືອງ, ຫົວໜ້າຂະແໜງຈັດຕັ້ງພະນັກງານ, ມີບັນດາຜູ້ອໍານວຍ ການຄູ-ອາຈານໂຮງຮຽນຊັ້ນອະນຸບານ, ຊັ້ນປະຖົມ ແລະມັດທະ ຍົມຕອນຕົ້ນ-ຕອນປາຍເຂົ້າຮ່ວມ.

ໃນບັ້ນດຳເນີນຊີວິດການເມືອງ ແມ່ນໄດ້ແບ່ງອອກເປັນ 2 ຈຸດຄື:ຈຸດທີ1 ແມ່ນມີ 4 ກຸ່ມ ມີກຸ່ມຄົງ ເຊໂດນ, ກຸ່ມນາປົ່ງ, ກຸ່ມຕານປ່ຽວ, ກຸ່ມນາເມັກ ແລະຈຸດທີ່ 2 ແມ່ນກຸ່ມ ວັດທ່າຫຼວງ, ກຸ່ມຄຳທອງ, ກຸ່ມນາມ່ວງ, ກຸ່ມາໂນງ, ກຸ່ມແກ້ງຫວດ ແລະກຸ່ມແກ້ງໂຄນ, ຊຶ່ງຜູ້ບໍລິຫານ ການສຶກສາຄູ-ອາຈານ ກໍ່ໄດ້ຮັບ ຟັງການບັນຍາຍເອກະສານທີ່ສຳ ຄັນເປັນຕົ້ນແມ່ນເອກະສານຄຸນທາດການເມືອງ ແລະຄຸນສົມບັດ ສິນທຳປະຕິວັດ, ເອກະສານຄໍາ ແນະນຳການປະເມີນຜົນງານການປະຕິບັດໜ້າທີ່ວຽກງານຂອງລັດ ຖະກອນຄູ ເລກທີ 204 ສສກ ຈຕ/ລົງວັນທີ 7 ກຸມພາ 2017, ເອກະສານມາດຕະຖານຄຸນນພາບການສຶກສາສຳລັບມັດທະຍົມ ແລະປະຖົມ, ເອກະສານ 3 ຂໍ້ແຂ່ງ ຂັນ 3 ລັກສະນະ 5 ຫຼັກມູນຂອງ ຂະແໜງການສຶກສາ, ເອກະສານ ມາດຕະຖານຄູຄຸນສົມບັດ ແລະ ຈັນຍາບັດຄູ, ເອກະສານເງື່ຶຶອນໄຂ ມາດຖານໂຮງຮຽນຕົວແບບ, ເອ ກະສານການເລື່ອນຂັ້ນແບບຕໍ່ ເນື່ອງຊັ້ັ້ນປະຖົມ ແລະຊັ້ນມັດທະຍົມ, ເອກະສານກວດກາຕິດຕາມ ແລະສະກັດກັ້ນການສໍ້ລາດບັງ ຫຼວງ ຈາກນັ້ນຜູ້ເຂົ້າຮ່ວມດຳເນີນ ຊີວິດການເມືອງກໍ່ໄດ້ຈັດກຸ່ມຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນໃນວຽກງານການສຶກສາ-ກີລາ ຂອງຜູ້ບໍລິຫານທີ່ຈະຕ້ອງເອົາໃຈ ໃສ່ຢ່າງຫ້າວຫັນທັງນີ້ກໍ່ເພື່ອໃຫ້ຜູ້ ບໍລິຫານການສຶກສາໄດ້ເຊື່ອມຊຶມກ່ຽວກັບນິຕິກຳຕ່າງໆ ເປັນຕົ້ນລະ ບຽບຂອງພັກ,ກົດໜາຍຂອງລັດແລະນິຕິກຳກ່ຽວກັບວຽກງານການສຶກສາ ແລະສາມາດນໍາໄປຈັດຕັ້ງ ປະຕິບັດເຂົ້າໃນວຽກງານທີ່ຕົນຮັບ ຜິດຊອບຢ່າງທົ່ວເຖິງ,ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາໂຮງຮຽນສາມາດກໍາໄດ້ສິດ ໜ້າທີ່,ພາລະບົດບາດ ແລະແບບ ແຜນການຄຸ້ມຄອງບໍລິຫານ ແລະ ການນໍາພາໃຫ້ສອດຄ່ອງກັບແຜນຍຸດທະສາດການສຶກສາແຫ່ງຊາດ ໄດ້ວາງ, ອີກດ້ານໜຶ່ງເພື່ອຫັນວຽກງານສາມສ້າງໃຫ້ປະກົດຜົນເປັນ ຈິງເທື່ອລະກ້າວ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ