ເຂດເສດຖະກິດພິເສດສະຫວັນ-ເຊໂນ ມີຜົນສຳເລັດໃນການພັດທະນາຫຼາຍດ້ານ

    ເຂດເສດຖະກິດພິເສດ (ຂສພ) ສະຫວັນ-ເຊໂນ ນັບແຕ່ການສ້າງຕັ້ງຢ່າງເປັນທາງການໃນປີ 2003 ຈົນມາຮອດປະຈຸບັນກໍ່ຄືໃນປີ 2018 ເຫັນວ່າມີການພັດທະນາຢ່າງຕໍ່ເນື່ອງ, ກາຍເປັນເຂດຕົວແບບທີ່ດີແກ່ເຂດອື່ນໆເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເວົ້າສະເພາະກໍ່ແມ່ນຂອງແຂວງສະຫວັນນະເຂດໃຫ້ມີການພັດທະນາຂຶ້ນເທື່ອລະກ້າວ.

  ຕາມການລາຍງານຂໍ້ມູນຂອງເສດຖະກິດພິເສດສະຫວັນ-ເຊໂນ ໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ປີ 2003 ມາຮອດປະຈຸບັນ, ເຂດເສດຖະກິດພິເສດສະຫວັນ-ເຊໂນ ສາມາດດຶງດູດການລົງທຶນໄດ້ຫຼາຍທີ່ສຸດໂດຍສະແດງອອກໃນແຕ່ລະໜ້າວຽກເຊັ່ນ: ການດຶງດູດເອົາບໍລິສັດເຂົ້າມາລົງທຶນໃນເຂດໄດ້ທັງໝົດ 117 ບໍລິສັດ, ມີທຶນຈົດທະບຽນ 172,62 ລ້ານໂດລາສະຫະລັດ, ແຜນການລົງທຶນ 428,36 ລ້ານໂດລາ ໃນນີ້ມີບໍລິສັດທີ່ມີຊື່ສຽງລະດັບໂລກເຂົ້າມາລົງທຶນຫຼາຍບໍລິສັດບໍ່ວ່າຈະເປັນ: ບໍລິສັດເອສ໌ຊີລໍລາວ ຈຳກັດ ທີ່ຜະລິດແວ່ນຕາ, ບໍລິສັດແອໂຣເວີກສ໌ລາວ ຈຳ ກັດ ຜະລິດຊິ້ນສ່ວນເຄື່ອງບິນ, ບໍລິສັດນິຄອນລາວຈຳກັດ, ຜະລິດຊິ້ນສ່ວນ ແລະປະກອບກ້ອງຖ່າຍຮູບ, ບໍລິສັດຊີເລສ໌ຕິກາລາວຈຳກັດປະ ກອບໂທລະສັບປະຊຸມທາງໄກ ແລະບໍລິສັດອື່ນໆ, ດ້ານການສ້າງວຽກເຮັດງານທຳກໍ່ໄດ້ປະກອບສ່ວນສຳຄັນໃຫ້ແກ່ສັງຄົມຊຶ່ງມີແຮງງານທັງ ໝົດຈຳນວນ 4,72 ພັນຄົນໃນ ນັ້ນ, ແຮງງານລາວ 4.537 ຄົນ ແລະຕ່າງປະເທດ 183 ຄົນ, ມອບພັນທະເຂົ້າງົບປະມານຂອງລັດນັບແຕ່ປີ 2011-2018 ໄດ້ທັງໝົດ 31,07 ຕື້ກີບ ພ້ອມດຽວກັນນີ້ກໍ່ໄດ້ມີການສົ່ງອອກຜະລິດຕະພັນໃນເຂດມູນຄ່າ 1,59 ຕື້ໂດລາ, ນຳເຂົ້າ 1,59 ຕື້ ໂດລາ.

  ຄືດັ່ງທີ່ຮູ້ນຳກັນດີວ່າປະຈຸບັນ, ຫຼາຍປະເທດໃນອາຊຽນແມ່ນມີນະໂຍບາຍພັດທະນາເຂດເສດຖະກິດພິເສດເພື່ອຮອງຮັບການລົງທຶນ ພາຍ ໃນ ແລະຕ່າງປະເທດໂດຍການສ້າງພື້ນຖານໂຄງລ່າງທີ່ເປັນລະບົບຄົບຊຸດທີ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການລົງທຶນໃນຂະແໜງການທຸລະກິດຕ່າງໆເປັນຕົ້ນ: ອຸດສາຫະກຳ,ຈາກການຕີລາຄາການຈັດຕັ້ງປະຕິບັດຜ່ານມາການປະກອບສ່ວນຂອງເຂດເສດຖະກິດພິເສດເຫັນວ່ານັບມື້ນັບເຫັນຜົນ ແລະສອດຄ່ອງກັບແນວທາງຂອງລັດຖະບານທີ່ກຳນົດໄວ້ຕາມແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ 8 ສະນັ້ນ, ອີງໃສ່ຄວາມຮັບຜິດຊອບຂອງຄະນະບໍລິຫານເຂດທັງ 12 ເຂດທົ່ວປະເທດທີ່ຈະໄດ້ພ້ອມກັນບຸກທະລຸໃນປີ 2019 ນີ້ໂດຍຈະສຸມໃສ່ການຫັນການບໍລິຫານ ແລະຄຸ້ມຄອງ ຂສພ ເຂົ້າສູ່ນິຕິກຳ ແລະກົດໝາຍປະຕິບັດການຕິດຕາມ, ລາຍງານຢ່າງລວມສູນ ແລະເອກະພາບເພື່ອເປັນເສນາທິການໃຫ້ລັດຖະບານໃນການຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 12 ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໂດຍເນັ້ນໃສ່ການສ້າງສະພາບແວດລ້ອມທີ່ດີໃຫ້ຜູ້ລົງທຶນໂດຍການປັບປຸງກົນໄກໃຫ້ກະທັດຮັດງ່າຍດາຍຂຶ້ນກວ່າເກົ່າ.