BOE ຈະເລີ່ມຜະລິດໜ້າຈໍ LCD ລາຄາປະຢັດ ພ້ອມເຊນເຊີສະແກນນິ້ວມື

ໃນຂະນະນີ້ເຕັກໂນໂລຊີສະ ແກນນີ້ວເທິງໜ້າຈໍໄດ້ຖືກນຳມາໃຊ້ກັບແຜງໜ້າຈໍ OLED ສຳລັບສະມາດໂຟນລະດັບກາງ ແລະພຣີ ມຽມຫຼາຍລຸ້ນ ແລະຫຼ້າສຸດ BOE ຜູ້ຜະລິດໜ້າຈໍຈາກ ສປ ຈີນກໍກຽມຈະນຳເຕັກໂນໂລຊີດັ່ງກ່າວມາໃສ່ ໃນແຜງໜ້າຈໍ LCD ທີ່ມີລາຄາຖືກລົງອີກ.

BOE  ໄດ້ເປີດເຜີຍວ່າສາມາດ ຕິດຕັ້ງເຊນເຊີສະແກນລາຍນິ້ວມື ບົນໜ້າຈໍແບບ Optical ລົງບົນ ແຜງໜ້າຈໍ LCD ໄດ້ສຳເລັດແຕ່ດ້ວຍຊັ້ນ Backlight (ແສງພື້ນຫຼັງ) ທີ່ເພີ່ມເຂົ້າມານັ້ນເຮັດໃຫ້ ແຜງໜ້າຈໍມີຄວາມໜາຫຼາຍກວ່າ OLED ຊຶ່ງອາດກາຍເປັນບັນຫາສຳຄັນໃນເວລາຕໍ່ມາ.

ຫາກພິຈາລະນາຈາກຂໍ້ມູນທີ່ນັກວິເຄາະຕະຫຼາດໄດ້ເປີດເຜີຍວ່າ 85% ຂອງສະມາດໂຟນທີ່ຈຳ ໜ່າຍໄປທັງໝົດ  1,46  ພັນຕື້ເຄື່ອງ   ໃນປີ  2018  ນັ້ນແຜງໜ້າຈໍ LCD ຊຶ່ງເຮັດໃຫ້ເຫັນຄວາມຕ້ອງການ ຂອງແຜງໜ້າຈໍ  LCD  ໃນຕະຫຼາດສະມາດໂຟນລະດັບກາງ ແລະລະດັບລຸ່ມທີ່ຄ່ອນຂ້າງສູງໃນຂະນະ ທີ່ກະແສການໃຊ້ແຜງໜ້າຈໍ  OLED ນັ້ນຍັງບໍ່ສູງປານໃດ ແລະຍັງໄດ້ ຮັບການຊຸກຍູ້ຈາກຜູ້ຜະລິດຕໍ່ໄປ ທາງ BOE ໄດ້ຢືນຢັນວ່າຈະເລີ່ມການຜະລິດແຜງໜ້າຈໍດັ່ງກ່າວພາຍໃນທ້າຍປີ 2019 ແລະອາດພ້ອມໃຊ້ສຳລັບອຸປະກອນໃນຕະຫຼາດລະດັບກາງ ແລະລະດັບລຸ່ມ ໃນຕົ້ນປີ 2020 ນີ້.

ນອກຈາກ BOE ແລ້ວນັ້ນ ກ່ອນໜ້ານີ້ Fortsence ແລະ AU Optronics ກໍໄດ້ຢືນຢັນວ່າກຳລັງພັດທະນາແຜງໜ້າຈໍ  LCD ພ້ອມຕິດຕັ້ງເຊນເຊີສະແກນລາຍ ນິ້ວມືເໝືອນກັນ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ