ຫົວເຫວີຍ Mate30 5G ຈະວາງຂາຍໃນທ້າຍປີນີ້

  ກ່ອນໜ້ານີ້ມີລາຍງານ ຢືນ ຢັນວ່າ Huawei ໄດ້ສົ່ງສະມາດ ໂຟນເຮືອທຸງລຸ້ນຫຼ້າສຸດຊີຣີ  Mate 30  ເຂົ້າຮັບການທົດສອບເມື່ອທ້າຍ ເດືອນມີນາ 2019 ທີ່ຜ່ານມາອີກ ທັງຍັງມີຂ່າວລືກ່ຽວກັບສະມາດ ໂຟນໜ້າຈໍພັບໄດ້  MateX  ທີ່ເລື່ອນ ກຳນົດການວາງຈຳໜ່າຍໄປວ່າອາດຈະໃກ້ວາງຈຳໜ່າຍໃນອີກບໍ່ກີ່ ເດືອນຂ້າງໜ້ານີ້.

ຫຼ້າສຸດໄດ້ມີການເປີດເຜີຍພາບຈາກກອງປະຊຸມ 5G ຂອງ Huawei ທີ່ປະເທດຣັດເຊຍ ໂດຍລະບຸ ວ່າ Huawei Mate30 ລຸ້ນຮອງ ຮັບ 5G ຈະເລີ່ມວາງຈຳໜ່າຍໃນ ເດືອນທັນວາ 2019.

ທັງນີ້ກຳນົດການດັ່ງກ່າວອາດ ຈະວາງຈຳໜ່າຍສຳລັບຕະຫຼາດສະ ມາດໂຟນປະເທດຣັດເຊຍ ແຕ່ມີ ຄວາມເປັນໄປໄດ້ສູງທີ່ສະມາດໂຟນ ຊີຣີ Mate30 ຈະວາງຈຳໜ່າຍໃນຕະຫຼາດທົ່ວໂລກໃນໄລຍະໃກ້ ຄຽງກັນ.

ນອກຈາກນີ້ຍັງມີລາຍງານວ່າ ສະມາດໂຟນໜ້າຈໍພັບໄດ້  Huawei MateX ທີ່ກຳນົດການວາງຈຳ ໜ່າຍມາກ່ອນໜ້ານີ້ກໍຈະວາງຈຳ ໜ່າຍໃນເດືອນກັນຍາ 2019 ນີ້ ດ້ວຍ.

ໃນຂະນະດຽວກັນກໍມີລາຍງານວ່າ Samsung  ກຽມຈະວາງຈຳໜ່າຍສະມາດໂຟນໜ້າຈໍພັບໄດ້ Galaxy Fold ກ່ອນ MateX ຂອງ Huawei ຊຶ່ງຕ້ອງລໍຖ້າເບິ່ງ ນຳກັນວ່າສະມາດໂຟນໜ້າຈໍພັບໄດ້ ຈາກທັງສອງແບຣນໃຫຍ່ນີ້ຈະສາ ມາດໃຊ້ງານໄດ້ຢ່າງມີປະສິດທິ ພາບຫຼາຍໜ້ອຍພຽງໃດແລະຈະ ໄດ້ຮັບຄວາມນິຍົມຈາກຜູ້ໃຊ້ໃນລະ ດັບໃດ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ