ອິນໂດເນເຊຍເລັ່ງຂຶ້ນພາສີສິນຄ້ານົມຈາກອີຢູ

  ລັດຖະບານອິນໂດເນເຊຍກຽມໃຊ້ມາດຕະການກຳແພງພາສີຕໍ່ສິນ ຄ້າຈາກສະຫະພາບເອີຣົບ (ອີຢູ) ໃນອັດຕາສູງສຸດ 25% ຖ້າຫາກອີກຝ່າຍຂຶ້ນພາສີຜະລິດຕະພັນນໍ້າມັນປາມຂອງອິນໂດເນເຊຍ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ເອງກາເຕີຍສະໂຕ ລູກິຕາ ລັດຖະມົນຕີວ່າການກະຊວງການຄ້າຂອງອິນໂດເນເຊຍກ່າວໃນທ້າຍອາທິດທີ່ຜ່ານມາວ່າ ໄດ້ເຊີນຜູ້ປະກອບການນໍາເຂົ້າຜະລິດຕະພັນນົມ ແລະ ສິນຄ້າທີ່ກ່ຽວຂ້ອງເຂົ້າຮ່ວມປະຊຸມຮ່ວມກັນ ໂດຍເນື້ອໃນສຳຄັນຄືໃຫ້ບໍລິສັດທຸກແຫ່ງກຽມຫາແຫຼ່ງນໍາເຂົ້າສິນຄ້າຈາກປະເທດຄູ່ຄ້າສຳຮອງທີ່ບໍ່ ແມ່ນປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ເນື່ອງຈາກລັດຖະບານ ອິນໂດເນເຊຍກຽມໃຊ້ມາດຕະການພາສີໂຕ້ຕອບສິນຄ້າດັ່ງກ່າວຂອງອີຢູ, ທັງນີ້ ທ່ານ ລູກິຕາ ກ່າວວ່າ ເມື່ອໃດກໍຕາມທີ່ອີຢູປະກາດກຳແພງພາສີອັດຕາລະຫວ່າງ 8%-18% ຕໍ່ຜະລິດຕະພັນນໍ້າມັນປາມຂອງອິນໂດເນເຊຍ ລັດຖະບານຈະໂຕ້ຕອບທັນທີດ້ວຍກຳແພງພາສີ 20-25% ຕໍ່ຜະລິດຕະ ພັນນົມ ແລະສິນຄ້າທີ່ກ່ຽວຂ້ອງຕໍ່ອີຢູ.

ຢ່າງໃດກໍຕາມໜ່ວຍງານທີ່ກ່ຽວຂ້ອງຂອງທັງສອງຝ່າຍຍັງຫາລືຮ່ວມກັນເພື່ອຫາທາງອອກທີ່ຍຸຕິທຳຊຶ່ງປະຈຸບັນອິນໂດເນເຊຍ ແລະມາ ເລເຊຍເປັນປະເທດຜູ້ຜະລິດນໍ້າມັນປາມລາຍໃຫຍ່ຂອງໂລກອັນດັບ 1 ແລະ 2 ຂອງໂລກຕາມລໍາດັບ ໂດຍຄອງອັດຕາສ່ວນໃນຕະຫຼາດໂລກຮ່ວມ ກັນຫຼາຍເຖິງ 85% ແຕ່ອີຢູອອກມາດຕະການໂຈະນໍາເຂົ້າຜະລິດຕະພັນນໍ້າມັນປາມເພື່ອໃຊ້ເປັນເຊື້ອໄຟຊີວະພາບທີ່ຈະມີຜົນພາຍໃນປີໜ້າ.

  • ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ