ມຽນມາ ສົ່ງດາວທຽມສື່ສານດວງທີສອງຂຶ້ນສູ່ວົງໂຄຈອນ

   ມຽນມາໃຊ້ບໍລິການລູກ ສອນໄຟຂອງບໍລິສັດຄູ່ສັນຍາສົ່ງ ດາວທຽມສື່ສານດວງທີສອງຂອງ ປະເທດຂຶ້ນສູ່ວົງໂຄຈອນຫວັງພັດທະນາການສື່ສານໃນເຂດທີ່ຫ່າງ ໄກ.

ຕາມຂ່າວຕ່າງປະເທດລາຍ ງານວ່າເມື່ອບໍ່ດົນມານີ້ລັດຖະບານມຽນມາໃຊ້ບໍລິການລູກສອນ ໄຟຂອງບໍລິສັດຄູ່ສັນຍາອົງການອາວະກາດເອີຣົບສົ່ງດາວທຽມສື່ສານດວງທີ 2 ຂອງປະເທດ (Myanmar Sat-2) ເພື່ອຂະຫຍາຍຂີດຄວາມສາມາດໃນການພັດທະນາເຄືອຂ່າຍໂທລະຄົມມະນາຄົມໃຫ້ປົກຄຸມຫຼາຍຂຶ້ນ. ດາວ ທຽມດວງນີ້ບໍ່ພຽງແຕ່ຈະຊ່ວຍ ເພີ່ມຂີດຄວາມສາມາດຄວາມໄວຂອງລະບົບອິນເຕີເນັດແຕ່ຍັງປົກຄຸມເຄືອຂ່າຍສື່ສານອື່ນໆໃຫ້ທົ່ວປະເທດ.ໃນເບື້ອງຕົ້ນລັດຖະບານມຽນມາປະເມີນວ່າ 95% ຂອງປະຊາກອນໃນປະເທດໄດ້ມີໂອກາດໃຊ້ງານລະບົບອິນເຕີເນັດສະດວກສະບາຍຍິ່ງຂຶ້ນ ແລະການສື່ສານແບບບໍ່ມີສາຍທີ່ຊັດເຈນຂຶ້ນຈາກການເຮັດວຽກຂອງດາວທຽມ ແຊດ-ທູ ທີ່ຈະມີການທົດລອງປະສິດທິພາບກ່ອນໃນເດືອນຕຸລາປີນີ້.

ສຳລັບການປ່ອຍດາວທຽມໃນຄັ້ງນີ້ ເປັນການປ່ອຍດາວທຽມ ພ້ອມກັນສອງດວງ Myanmar Sat 2 and EDRS-C ຊຶ່ງ Myanmar Sat 2 ມີມູນຄ່າ 155,7 ລ້ານໂດລາ ເປັນດາວທຽມ ທີ່ພັດທະນາມາຈາກລຸ້ນ Myan mar Sat 1 ຊຶ່ງຖືກປ່ອຍໄປຕັ້ງ ແຕ່ປີ 2016.

  • ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ