20 ບ້ານ ເມືອງເລົ່າງາມໄດ້ຮັບອາຄານຮຽນ ຫ້ອງກຽມປະຖົມ

  ອຳນາດການປົກຄອງບ້ານ ຂອງເມືອງເລົ່າງາມ 20 ບ້ານໄດ້ຮັບອາຄານຮຽນຫ້ອງກຽມປະ ຖົມ, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ຕົ້ນປີ 2017 ແລະສຳເລັດການກໍ່ສ້າງທຸກໆອາຄານຮຽນ ທຸກບ້ານ 100% ໃນຕົ້ນສິງຫາ 2019  ນີ້ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກໂຄງການສຶກສາເດັກກ່ອນໄວຮຽນ ຫຼື ECEP, ຊື່ງມີມູນຄ່າ ການກໍ່ສ້າງທັງໝົດ 2 ຕື້ກວ່າກີບ, ມາໃນວັນທີ 9 ສິງຫານີ້ ໄດ້ມີພິທີ ມອບ-ຮັບ ຢ່າງເປັນທາງການຢູ່ ບ້ານເຕເມສັງທອງ ເມືອງງາມ,ໂດຍເຂົ້າຮ່ວມຂອງທ່ານ ຄຳໄຫຼ ພົມວິຈິດ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳສັງ ຄົມ, ໃຫ້ກຽດເຂົ້າຮ່ວມມີທ່ານຄຳອອນ ພອນປະເສີດ ຮອງຫົວ ໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີຫ້ອງການທີ່ກ່ຽວ ຂ້ອງ, ນາຍບ້ານ  20  ບ້ານ, ຄູ-ອາ ຈານ ແລະພໍ່ແມ່ປະຊາຊົນໜຶ່ງເຂົ້າ ຮ່ວມ.

ໂຄງການກໍ່ສ້າງອາຄານຮຽນ ກ່ອນໄວຮຽນຂອງເດັກໄດ້ໃຫ້ທຶນ ຊ່ວຍເຫຼືອ ແລະກໍ່ສ້າງຢູ່ເມືອງ ເລົ່າງາມມາແຕ່ປີ 2017 ແລະ ມາຮອດວັນທີ 9 ສິງຫາ 2019 ແມ່ນໄດ້ສຳເລັດການກໍ່ສ້າງ  100%, ປະກອບມີ 20 ບ້ານ, ຈຳນວນ 20  ຫຼັງ, ມີ 22 ຫ້ອງຮຽນ, ເປັນອາຄານຊັ້ນດຽວຖາວອນ, ມຸງ ດ້ວຍສັງກະສີ, ມີຂະໜາດກວ້າງ 8x10  ແມັດ  ແລະມີຫ້ອງນໍ້າທຸໆຫຼັງຈຳນວນ 40 ຫ້ອງ ແລະໄດ້ເຈາະນໍ້າບາດານພ້ອມທັງຕິດແທ້ງ ເກັບນໍ້າ 14 ຊຸດລວມມູນຄ່າການ ກໍ່ສ້າງທັງໝົດ 2.134 ລ້ານກີບ.

ໂຄງການດັ່ງກ່າວໄດ້ແບ່ງການ ຈັດຕັ້ງປະຕິບັດດຳເນີນການກໍ່ສ້າງ ອອກເປັນ 3 ງວດ ຄື: ງວດທີ 1 ປະຈຳປີ 2017 ມີ 5 ບ້ານ ຄື: ບ້ານຄຳທອງ, ຫ້ວຍເປົ້າ, ຝັ່ງຣາມ, ນາກະລອນ ແລະບ້ານສັນທົ່ງ, ງວດທີ 2 ປີ 2018, ມີ 8 ບ້ານ ຄື: ບ້ານກາງ, ນາໝີ, ອິນແປງ, ເຕນ, ໜອງເລົາເທີງ, ໂນນດູ່, ໜື່ນປາກ ດີ ແລະບ້ານເຕເມສັງທອງ, ງວດ ທີ 3 ປີ 2019, ມີ 7 ບ້ານ ຄື:ບ້ານທົ່ງສຸຍ, ໜອງຕົມ, ວັງຄະ ນານ,  ໜອງແຂ້ໃນ,  ເລົ່າໜ້ອງ  ແລະບ້ານຫຼວງເສນາ.

ຈາກນັ້ນ, ກໍ່ໄດ້ມີພິທີມອບຢ່າງ ເປັນທາງການ,ພ້ອມທັງໄດ້ສືບຕໍ່ມອບໃຫ້ອຳນາດການປົກຄອງແຕ່ລະບ້ານ,ພໍ່ແມ່ປະຊາຊົນ ແລະຄູ-ອາຈານເປັນເຈົ້າການຄຸ້ມຄອງ,ປົກປັກຮັກສາ ແລະນຳໃຊ້ໃຫ້ເກີດປະໂຫຍດເນື່ອງຈາກເປັນຊັບສິນຂອງບ້ານກໍ່ຄືພໍ່ແມ່ປະຊາຊົນເວົ້າສະ ເພາະກໍ່ຄືລູກຫຼານໃຫ້ໄດ້ເຂົ້າຮໍ່າ ຮຽນຢ່າງທົ່ວເຖິງເພື່ອໃຫ້ເຂົາເຈົ້າເປັນເດັກທີ່ມີຄວາມຮູ້ຄວາມສາມາດແລະທັງເປັນຊັບພະຍາກອນທີ່ສຳ ຄັນຂອງຊາດເພາະເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ, ພ້ອມທັງໄດ້ ຮຽກຮ້ອງໃຫ້ຜູ້ປົກຄອງເອົາໃຈໃສ່ ຊຸກຍູ້ໃຫ້ລູກຫຼານໄດ້ເຂົ້າຮໍ່າຮຽນໝົດທຸກຄົນ.

--------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ