2 ບ້ານ ເມືອງຕະໂອ້ຍໄດ້ຮັບໂຮງຮຽນຫຼັງໃໝ່

   ໃນວັນທີ 7 ສິງຫາ  ຜ່ານ ມາ  ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງຕະໂອ້ຍ ແຂວງສາ ລະວັນ ໄດ້ຈັດພິທີມອບຮັບໂຮງຮຽນຫຼັງໃໝ່ໃຫ້ແກ່ປະຊາຊົນບ້ານປະຈູ ກຸ່ມຕະປຶນ ເມືອງຕະໂອ້ຍ ໂດຍການ ເປັນປະທານຂອງທ່ານ ສົມພອນ ພອນທິບສະຫວັດຫົວໜ້າຂະແໜງ ແຜນການທັງແມ່ນຕ່າງໃຫ້ແກ່ພະ ແນກກະສີກຳ ແລະປ່າໄມ້ແຂວງ ສາລະວັນ ແລະທ່ານ ກັນຫາ ບຸນ ແກ້ວມາລາ ຫົວໜ້າໜ່ວຍງານສະຖິຕິແຜນການຕາງໜ້າໃຫ້ສຶກສາ ເມືອງຕະໂອ້ຍ, ໃຫ້ກຽດເຂົ້າຮ່ວມ ມີຕາງໜ້າພະແນກການ, ຫ້ອງການ ທີ່ກ່ຽວຂ້ອງ ແລະຄະນະກຳມະການລົງທຶນຂັ້ນແຂວງ, ເມືອງ,ບໍລິສັດຜູ້ຮັບເໝົາກໍ່ສ້າງ, ອຳນາດການປົກ ຄອງບ້ານ ແລະພໍ່ແມ່ປະຊາຊົນເຂົ້າ ຮ່ວມ.

ໂຮງຮຽນບ້ານປະຈູກຸ່ມຕະປຶນເມືອງຕະໂອ້ຍ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 11 ເມສາ 2019 ແລະໄດ້ສຳເລັດໃນວັນທີ 25  ກໍລະ ກົດ 2019 ໂດຍແມ່ນບໍລິສັດສົນທະລາກໍ່ສ້າງຈຳກັດເປັນຜູ້ຮັບເໝົາ ກໍ່ສ້າງ, ໂຮງຮຽນຫຼັງນີ້ປະກອບມີ 2 ຫ້ອງຮຽນ, ມີຂະໜາດ 8 x 14 ແມັດເປັນອາຄານກໍ່ດ້ວຍດິນຈີ່, ມຸງ ດ້ວຍສັງກະສີ, ໂຄງຫຼັງຄາເຮັດໄມ້, ມີໂຕະ, ຕັ່ງ ແລະກະດານຄົບຊຸດ, ມີມູນຄ່າການກໍ່ສ້າງທັງໝົດ 241 ລ້ານກວ່າກີບ, ໃນນັ້ນທຶນຊຸມຊົນປະ ກອບສ່ວນ 15 ລ້ານກວ່າກີບ ແລະ ທຶນ  ທລຍ  215  ລ້ານກວ່າກີບ  ແລະ ອີກໜຶ່ງຫຼັງແມ່ນຕັ້ງຢູ່ບ້ານໂຈະໃຕ້ຂອງກຸ່ມບ້ານໂຈະ ເມືອງຕະໂອ້ຍ ແຂວງສາລະວັນ, ໂຮງຮຽນຫຼັງນີ້ ປະກອບມີ 3 ຫ້ອງຮຽນ, ມີຂະໜາດ 8x21 ແມັດ, ເປັນອາຄານແບບ ດຽວກັນ, ມີມູນຄ່າການກໍ່ສ້າງທັງ ໝົດ 391 ລ້ານກວ່າກີບ, ທຶນຊຸມ ຊົນປະກອບສ່ວນ 29 ລ້ານກວ່າ ກີບ  ແລະທຶນ  ທລຍ 361 ລ້ານກວ່າ ກີບ, ໂຮງຮຽນຫຼັງນີ້ແມ່ນໄດ້ລົງມື ຈັດຕັ້ງປະຕິບັດວັນທີ 10 ເມສາ 2019 ແລະໄດ້ສຳເລັດໃນວັນທີ 28 ກໍລະກົດ 2019 ໂດຍແມ່ນ ບໍລິສັດຕິງວິໄລກໍ່ສ້າງຄົບວົງຈອນ ເປັນຜູ້ຮັບເໝົາ.

ທ່ານ ກັນຫາ ບຸນແກ້ວມາລາ ຕາງໜ້າໃຫ້ຫ້ອງການສຶກສາເມືອງ ຕະໂອ້ຍ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນ ແລະອຳນາດການ ປົກຄອງບ້ານຈົ່ງຊ່ວຍກັນປົກປັກ ຮັກສາໂຮງຮຽນດັ່ງກ່າວນີ້ໃຫ້ສະ ອາດຈົບງາມ, ພ້ອມທັງອານະໄມ້ ເດີ່ນໂຮງຮຽນ ແລະເຮັດຮົ້ວເພື່ອ ປ້ອງກັນບໍ່ໃຫ້ສັດລ້ຽງຂອງພໍ່ແມ່ ປະຊາຊົນເອງນັ້ນເຂົ້າມາໃນເດີ່ນ ເພາະມັນຈະເປັນກະບໍ່ງາມ, ເປີ ເປື້ອນຕໍ່ໂຮງຮຽນ, ເພາະວ່າໂຮງ ຮຽນຫຼັງນີ້ແມ່ນເປັນໂຮງຮຽນ ຂອງບ້ານຂອງພໍ່ແມ່ປະຊາຊົນເອງ, ບໍ່ແມ່ນຂອງຄົນໃດຄົນໜຶ່ງ, ດັ່ງນັ້ນ ທຸກຄົນຢູ່ໃນບ້ານຈົ່ງຊ່ວຍກັນໃນການເປັນເຈົ້າການປົກປັກຮັກສາ ແລະຮຽກຮ້ອງມາຍັງອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຈົ່ງພ້ອມກັນຊຸກຍູ້ໃຫ້ເດັກໃນເກນອາຍຸ ໄດ້ເຂົ້າໂຮງຮຽນ ແລະບໍ່ໃຫ້ມີການປະລະການຮຽນໃນກາງປີ ຫຼື ທ້າຍປີ.

-----------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ