LI-FI ລະບົບສົ່ງຂໍ້ມູນຜ່ານແສງ

  ບໍລິສັດໃນເຄືອຜູ້ຜະລິດຫຼອດໄຟ Phillips ເປີດໂຕລະບົບ ສົ່ງຂໍ້ມູນຜ່ານແສງ ຫຼື ທີ່ເອີ້ນວ່າ  Li-Fi (ໄລໄຟ) ສາມາດຮອງຮັບຄວາມໄວໄດ້ສູງສຸດເຖິງ 250 Mbps (ເມກະບິດ).

ປະຈຸບັນການຮັບສົ່ງຂໍ້ມູນຜ່ານອິນເຕີເນັດ WIfi ໃຊ້ຄື້ນວິທະຍຸ ເປັນຕົວກາງແຕ່ສຳລັບເຕັກໂນໂລ ຊີ  Li-Fi  ນີ້ຈະໃຊ້ຄື້ນແສງເປັນຕົວ ກາງແທນຄື້ນວິທະຍຸ ເພື່ອຫຼຸດບັນ ຫາໃນເລື່ອງຂອງສັນຍານວິທະຍຸ ລົບກວນ ຫຼື ບໍລິເວນທີ່ມີຄວາມໜາ ແໜ້ນຂອງສັນຍານລວມທັງຈຸດຮັບ ສັນຍານ Wifi ແຕ່ເຕັກໂນໂລຊີ   Li-Fi ບໍ່ວ່າຈະຢູ່ໃນພື້ນທີ່ໃດພຽງ ແຕ່ມີແສງສ່ອງເຖິງກໍສາມາດ ເຊື່ອມຕໍ່ຮັບສົ່ງຂໍ້ມູນໄດ້.

ສຳລັບໃນເລື່ອງຂອງການຕິດຕັ້ງພຽງແຕ່ນຳອຸປະກອນສົ່ງສັນ ຍານໄປຕິດຕັ້ງທີ່ຫຼອດໄຟເພີ່ມເຕີມໄດ້ທັນທີບໍ່ຕ້ອງແລ່ນສາຍໄຟໃໝ່ ສ່ວນໃນດ້ານຂອງຕົວຮັບສັນຍານ ສາມາດນຳອຸປະກອນເສີມມາຕິດ ຕັ້ງໃນໂນດບຸກ ຫຼື ຄອມພິວເຕີຕັ້ງ ໂຕະໄດ້ເລີຍ.

ຂະນະນີ້ເຕັກໂນໂລຊີ  Li-Fi  ມີໃຫ້ໃຊ້ງານແລ້ວໃນສຳນັກງານໃຫ້ເຊົ່າໃນໂປໂລຍ ແລະສຳນັກງານ ຂອງບໍລິສັດເອເຈນຊີໂຄສະນາໃນ ແບນຊິກແຕ່ຍັງບໍ່ເປີດເຜີຍເຖິງລາຍ ລະອຽດທາງເຕັກນິກລວມທັງລາ ຄາຂອງລະບົບ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ