50 ປີພາລະກິດສູ່ດວງຈັນຍັງຊຸກຍູ້ທຸລະກິດ ໃນໂລກເຕີບໂຕຕໍ່ເນື່ອງ

    ໃນວາລະຄົບຮອບ 50 ປີ ຂອງພາລະກິດສຳຫຼວດດວງຈັນ ຂອງຍານ Apollo 11 ຈະມາເຖິງ ໃນເດືອນໜ້າພາກທຸລະກິດອັນຫຼວງ ຫຼາຍຕັ້ງແຕ່ຍານຍົນ, ອາຫານ,ເຄື່ອງດື່ມໄປຈົນເຖິງລາຍການໂທ ລະພາບຍັງສາມາດສ້າງລາຍໄດ້ ຢ່າງຫຼວງຫຼາຍຕັ້ງແຕ່ອະດີດຈົນ ເຖິງທຸກວັນນີ້.

ເຖິງວ່າພາລະກິດຂອງນາຊາ ໃນການສຳຫຼວດດວງຈັນຂອງຍານ Apollo 11 ເມື່ອວັນທີ 20 ກໍລະ ກົດ 1969 ຈະຜ່ານພົ້ນໄປເກືອບ 50 ປີແລ້ວ ແຕ່ທຸລະກິດມາກມາຍ ທີ່ເກາະຕິດຂະບວນການຄວາມ ສຳເລັດໃນອະດີດກໍຍັງເຕີບໂຕຕໍ່ໄປໄດ້ຈົນເຖິງປະຈຸບັນຕາມລາຍງານ ຂອງ Associated Press.

ຄືດັ່ງແບຣນໂມງ Omega Speedmaster ມູນຄ່າ 34.600 ໂດລາສະຫະລັດ ເພື່ອສະເຫຼີມສະ ຫຼອງວາລະຄົບຮອບ 50 ປີຂອງພາລະກິດຢຽບດວງຈັນຈາກທີ່  Om ega ເປັນຜູ້ອອກແບບໂມງໜ່ວຍ ພິເສດໃຫ້ກັບບັຊອັລດຣີນ (Buzz Aldrin) ນັກບິນອະວະກາດອີກຄົນໜຶ່ງທີ່ຂຶ້ນໄປດວງຈັນຮ່ວມກັບນີລ ອາມສະຕຣອງ ແລະໂມງໜ່ວຍດັ່ງ ກ່າວກໍໄດ້ຢູ່ໃນພາລະກິດແຫ່ງມວນມະນຸດຊາດນີ້ດ້ວຍ.

ເບຍ Budweiser ກຽມປຸກ ຊີບສູດເບຍ Budweiser Dis covery Reserve ໃນຄຣິສທົດ ສະວັດ 1960 ພ້ອມທັງແພກເກຈໃໝ່ເພື່ອສະຫຼອງໂອກາດຄົບຮອບ 50 ປີພາລະກິດ Apollo 11 ນີ້.

ຕົວຕໍ່ຂອງຫຼິ້ນເລໂກ້ ເຮັດຊຸດ ຂອງຫຼິ້ນພາລະກິດ Apollo 11 ສຳລັບຈຳໜ່າຍໃນປີນີ້ ແລະຊຸດຄຸກ ກີ້ Oreo ກຽມອອກຜະລິດຕະພັນ Marshmallow Moon ທີ່ສອດ ໃສ້ມາຊເມລໂລສີມ້ວງສຳລັບໂອກາດສຳຄັນນີ້ໂດຍສະເພາະ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ