ຈີນເປີດຮັບສາວປະເພດສອງ ເຂົ້າປະກວດມິສຢູນິເວີສ 2019

  ກອງປະກວດມິສຢູນິເວີ ສສປ ຈີນ 2019 ເປີດໂອກາດໃຫ້ ສາວປະເພດສອງເຂົ້າປະກວດຮ່ວມກັບແມ່ຍິງ ແຕ່ຕ້ອງໄດ້ຮັບ ການຍອມຮັບທາງການແພດ  ແລະກົດໝາຍກ່ອນປະກວດຮອບສຸດ ທ້າຍໃນວັນທີ 30 ພະຈິກ ທີ່ຈະ ມາເຖິງນີ້.

ກອງປະກວດ  Miss Universe China 2019 ປະກາດຮັບສະໝັກ ຜູ້ເຂົ້າປະກວດເຊື້ອສາຍຈີນທີ່ຢູ່ ຕ່າງແດນ ໂດຍມີເງື່ອນໄຂດັ່ງນີ້:ຕ້ອງເກີດໃນປີ 1992-2000 ອາຍຸລະຫວ່າງ 18-28 ປີ ກ່ອນວັນທີ 30 ພະຈິກ 2019, ຖືພາດສະປອດຈີນ, ເປັນແມ່ຍິງລວມທັງສາວປະ ເພດສອງ ໂດຍຕ້ອງໄດ້ຮັບການຍອມຮັບທາງການແພດ ແລະທາງ ກົດໝາຍ, ອາໄສຢູ່ໃນຈີນເປັນເວລາ ບໍ່ໜ້ອຍກວ່າ 6 ເດືອນ ຫຼື ຫຼາຍ ກວ່ານັ້ນ, ຂະນະທີ່ການປະກວດມິສ ຢູນິເວິລ 2018 ໄດ້ສ້າງປາກົດ ການເມືອງອັງເຄລາ ປອນເຊ ສາວປະເພດສອງຈາກແອັດສະປາຍ ຜູ້ຄອງຕໍາແໜ່ງ Miss UniverseSpain 2018  ເຂົ້າຮ່ວມປະກວດໃນເວທີລະດັບໂລກ.

ຖ້າຫາກຫວນຄືນໄປປີ 2012 ການໃຫ້ສິດສາວປະເພດສອງເຂົ້າປະກວດເກີດຂຶ້ນຫຼັງຈາກເຈນນາ ທາລັດໂຄວາ ສາວປະເພດສອງ ຄົນໜຶ່ງເຂົ້າປະກວດມິສຢູນິສເວິລ ການາດາ 2012 ແຕ່ຖືກຕັດສິດເພາະຖືກຈັບໄດ້ວ່າເປັນຜູ້ຊາຍແປງ ເພດແລ້ວສະໝັກຈົນທາງກອງປະ ກວດໄດ້ອະນຸຍາດໃຫ້ສິດລາວສາ ມາດກັບເຂົ້າມາປະກວດໄດ້ຕາມປົກກະຕິເພາະລາວຖືບັດປະຈຳຕົວປະຊາຊົນ,ໜັງສືເດີນທາງ ແລະ ໃບອະນຸຍາດຂັບຂີ່ທີ່ລະບຸວ່າເປັນເພດຍິງຕໍ່ມາໂດນັລ ທຣຳ ອະດີດຜູ້ຈັດກອງປະກວດມິສຢູນິເວີສ (MUO) ມີການແກ້ໄຂການປະກວດໃຫ້ສາວປະເພດສອງທີ່ຜ່ານການແປງເພດເປັນຍິງສາມາດຮ່ວມປະກວດເທິງເວທີມິສຢູນິເວິສໄດ້ຢ່າງຖືກຕ້ອງໃນປີ 2013.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ