ແຄນນອລເປີດໂຕກ້ອງຂະໜາດນ້ອຍ ຄຸນນະພາບດີ

    Canon ແບຣນກ້ອງຊັ້ນ ນຳຂອງໂລກເອົາໃຈຄົນມັກກ້ອງ ຢ່າງຕໍ່ເນື່ອງດ້ວຍການເປີດໂຕ Canon EOS RP ກ້ອງ Full Frame Mirrorless ລຸ້ນໃໝ່ຫຼ້າ ສຸດທີ່ມີຂະໜາດນ້ອຍ ແລະບາງທີ່ສຸດໃນຊີຣີພ້ອມມາພິກໂສມວົງ ການກ້ອງດ້ວຍເຕັກໂນໂລຊີໂດດ ເດັ່ນທັງໂອໂຕໂຟກັສທີ່ແນ່ນອນ ແມ່ນແຕ່ໃນທີ່ແສງນ້ອຍເຊນເຊີ Dual Pixel CMOS ຄວາມລະ ອຽດ 26,2 ລ້ານພິກເຊລຈັບໂຟກັສໄວພຽງ 0,05 ວິນາທີ ແມ່ນຢໍາແມ່ນແຕ່ໃນແສງທີ່ນ້ອຍ  EV-5 ແລະລະບົບກວດຈັບດວງຕາສຸດລໍ້າ (Eye Detection AF).

Canon EOSRP ຍັງຖືກອອກແບບມາໃຫ້ສະດວກຕໍ່ການ ພົກພາໄດ້ທຸກວັນດ້ວຍນໍ້າໜັກພຽງ 485 ກຣາມອອກແບບມາໃຫ້ຈັບ ຖືຖະນັດມື ແລະໃຊ້ງານງ່າຍທັງ ທີ່ຜູ້ໃຊ້ກ້ອງ  Full Frame Mirrorless  ເປັນຄັ້ງທຳອິດ ແລະຜູ້ທີ່ເຄີຍໃຊ້ກ້ອງ  DSLR ມາກ່ອນມາພ້ອມ ໜ້າຈໍ LCD ແບບທັສກຣີນປັບ ໝູນໄດ້ຊ່ວຍໃຫ້ການຖ່າຍພາບສະ ດວກແລະໃຫ້ປະສົບການໃນການ ຖ່າຍພາບຈາກມູມມອງໃໝ່ໆພ້ອມ ດ້ວຍຊ່ອງມອງພາບອີເລັກທຣໍນິກ ໃນຕົວທີ່ສາມາດປັບຕັ້ງຄ່າການສະແດງຜົນໄດ້ຕາມຄວາມຕ້ອງການນອກຈາກນີ້ຍັງສາມາດຕໍ່ໄຟເຂົ້າ ກັບຕົວກ້ອງໄດ້ໂດຍກົງດ້ວຍອຸປະ ກອນເສີມ USB Power Ada pter (PD-E1) ເຮັດໃຫ້ຜູ້ໃຊ້ສາ ມາດໃຊ້ງານໄດ້ຈິງ ແລະສະດວກ ຍິ່ງຂຶ້ນ.

ອີກໜຶ່ງຄຸນສົມບັດພິເສດຄືການ ເຊື່ອມຕໍ່ຢ່າງມີປະສິດທິພາບດ້ວຍຟັງຊັນການຖ່າຍໂອນພາບຈາກ ກ້ອງໄປຍັງອຸປະກອນອື່ນທີ່ຮອງ ຮັບ Wi-Fi ຄອມພິວເຕີໂນດບຸກ, ແທບເລັດລວມທັງຍັງສາມາດຄວບຄຸມການຖ່າຍພາບຜ່ານອຸປະກອນມືຖືດ້ວຍເຕັກໂນໂລຊີບລູ ທູດພະລັງງານຕໍ່າ (BluetoothLow Energy:BLE) ເມື່ອໃຊ້ ງານຮ່ວມກັບແອັບພລິເຄຊັນ Ca non Ca mera Connect.

ໃນສ່ວນຂອງ Canon EOSRP ເປີດລາຄາຕົວກ້ອງຢູ່ທີ່ 1.528,25 ໂດລາສະຫະລັດ ໃນ ຂະນະທີ່ຕົວກ້ອງພ້ອມເລນ RF 24-105L ຈະຢູ່ທີ່ 2.771,56 ໂດລາຊຶ່ງໄດ້ວາງຈຳໜ່າຍມາຕັ້ງແຕ່ຕົ້ນເດືອນມີນາທັງນີ້ Canon ໄດ້ປະກາດໂປຣໂມຊັນພິເສດໃນ ງານເປີດໂຕ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ