ເຕັກນິກການກຳຈັດກິ່ນຄາວປາ

  ເຊື່ອວ່າຫຼາຍຄົນເຄີຍພົບບັນຫາກິ່ນຄາວຂອງ ອາຫານທີ່ຍາກຈະແກ້ໄຂ ເຮັດໃຫ້ອາຫານຈານເດັດຂອງເຮົາໝົດຄວາມແຊບ ມື້ນີ້ມີເຄັດລັບມາຝາກພຽງໃຊ້ແຕ່ນໍ້າໝາກນາວ ຫຼື ນໍ້າສົ້ມສາຍຊູຮັບຮອງວ່າອາຫານທີ່ເຈົ້າເຮັດບໍ່ມີກິ່ນຄາວທີ່ມາຈາກປາແນ່ນອນ.

  1. ບີບໝາກນາວລົງໃນນໍ້າທີ່ລ້າງປາທີ່ທ່ານຊື້ມາພຽງແຕ່ບີບໝາກນາວກໍຈະເຮັດໃຫ້ກິ່ນຄາວບໍ່ມີ ເລີຍ ແລະວິທີນີ້ຍັງເຮັດໃຫ້ປາມີຄວາມຂາວໜ້າຮັບປະທານອີກດ້ວຍ.
  2. ຖອກນໍ້າສົ້ມສາຍຊູລົງໃນນໍ້າທີ່ໃຊ້ລ້າງປາປະ ມານ 2 ບ່ວງກາເຟ ແລ້ວແຊ່ຖິ້ມໄວ້ປະມານ 10 ນາ ທີ ຫຼັງຈາກນັ້ນລ້າງດ້ວຍນໍ້າສະອາດພຽງເທົ່ານີ້ກິ່ນ ຄາວຈາກປາກໍຈະຫາຍໄປ.                                                                                                                                   -----------------                                                                                                                             ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ