ເຢຍລະມັນ ກຽມອອກກົດໝາຍຫ້າມໃຊ້ຖົງຢາງ

ກະຊວງສິງແວດລ້ອມເຢຍ ລະມັນ ປະກາດກຽມອອກກົດໝາຍຫ້າມໃຊ້ຖົງຢາງ ຫຼັງຈາກຍັງບໍ່ພໍໃຈເຖິງແມ່ນວ່າ ຈະຫຼຸດການໃຊ້ຖົງຢາງລົງໄດ້ແລ້ວ 64% ນັບຈາກ ປີ 2015.

ຕາມຂ່າວຕ່າງປະເທດລາຍ ງານວ່າ ເມື່ອບໍ່ດົນມານີ້ ທ່ານ ສະເວນຢາ ຊູລລັດຖະມົນຕີວ່າການກະຊວງສິງແວດລ້ອມ, ການອະນຸລັກ ທຳມະຊາດ ແລະຄວາມປອດໄພທາງນີວເຄລຍຂອງເຢຍລະມັນ ປະກາດຈະຫ້າມໃຊ້ຖົງຢາງ ຫຼັງຈາກຂໍ້ຕົກລົງຄວາມຮ່ວມມືບັນ ດາຜູ້ຄ້າຍ່ອຍຍັງບໍ່ໄດ້ຮັບຜົນທີ່ດີພໍ, ເມື່ອປີ 2016 ລັດຖະບານເຢຍລະມັນໄດ້ລົງນາມໃນຂໍ້ຕົກລົງກັບ ອຸດສາຫະກຳຄ້າຍ່ອຍເພື່ອຫຼຸດການໃຊ້ຖົງຢາງ ໂດຍຂໍ້ຕົກລົງນີ້ ບໍ່ມີ ຜົນທາງກົດໝາຍ ແຕ່ເປັນຄວາມ ຮ່ວມມືຂະແໜງທຸລະກິດໂດຍສະ ໝັກໃຈ, ມາດຕະການດັ່ງກ່າວໄດ້ ຮັບຜົນດີລະດັບໜຶ່ງຊຶ່ງຫຼຸດໃຊ້ ຖົງຢາງລົງໄດ້ 64% ນັບຈາກປີ  2015.

ຢ່າງໃດກໍຕາມ ທ່ານ ຊູລ ກ່າວ ວ່າຈະຍົກລະດັບການຫຼຸດຈຳນວນຖົງຢາງດ້ວຍກົດໝາຍຢຸດໃຊ້ ຖົງຢາງ,ຊຶ່ງທາງກະຊວງຈະສັ່ງ ຫ້າມການໃຊ້ຖົງຢາງໃນໄວໆນີ້ ພ້ອມທັງຊີ້ວ່າ ເປົ້າໝາຍຄືການເຮັດ ໃຫ້ເຢຍລະມັນເລີກເປັນສັງຄົມໃຊ້ແລ້ວຖີ້ມ ແລະໃຊ້ພະລາສະຕິກ ໃຫ້ໜ້ອຍລົງ.

  1. ພາບ ແລະຂາ່ວຂາກ: ໜັງສືພິມເສດຖະກິດ-ສັງຄົມ