ຫວຽດນາມ ອະນູມັດແຜນຊຸກຍູ້ເສດຖະກິດແບ່ງປັນ

  ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນຊວັນຟຸກຫາກໍປະກາດຂໍ້ຕົກລົງວ່າດ້ວຍ ການອະນຸມັດແຜນຮ່າງຊຸກຍູ້ຮູບແບບເສດຖະກິດແບ່ງປັນ.

ຕາມຂ່າວຕ່າງປະເທດດລາຍ ງານວ່າ ເປົ້າໝາຍຂອງແຜນຮ່າງດັ່ງກ່າວ ແມ່ນຮັບປະກັນສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ສະເໝີພາບລະຫວ່າງບັນດາ ວິສາຫະກິດດໍາເນີນທຸລະກິດຕາມຮູບແບບເສດຖະກິດແບ່ງປັນ ແລະ ເສດຖະກິດແບບເກົ່າ;ພ້ອມທັງສົ່ງເສີມການປ່ຽນແປງໃໝ່ປະດິດຄິດສ້າງ,ໝູນໃຊ້ເຕັກໂນໂລຊີດີຈີຕອລ ແລະ ພັດທະນາພື້ນຖານເສດຖະ ກິດດີຈີຕອລ. ທັດສະນະຂອງແຜນ ຮ່າງດັ່ງກ່າວແມ່ນສະໜັບສະໜູນ,ຮັບມືກັບທ່າອ່ຽງພັດທະນາໃໝ່ຂອງຮູບແບບເສດຖະກິດແບ່ງປັນ ໃນເງື່ອນໄຂເຕັກໂນໂລຊີດີຈີຕອລໃນໂລກພັດທະນາຢ່າງໄວວາ.

ຜ່ານການປະຕິບັດ,ແຜນດັ່ງ ກ່າວຈະສ້າງສະພາບແວດລ້ອມ ແຫ່ງການດໍາເນີນທຸລະກິດແບສະເໝີພາບລະຫວ່າງບັນດາວິສາຫະກິດທີ່ເຄື່ອນໄຫວເສດຖະກິດ ແບ່ງປັນ ແລະວິສາຫະກິດດໍາເນີນ ທຸລະກິດແບບເກ່ົ່າ;ລະຫວ່າງວິສາຫະກິດພາຍໃນ ແລະວິສາຫະກິດຕ່າງປະເທດຕາມທິດສ້າງເງື່ອນໄຂສະດວກ,ໜູນຊ່ວຍວິສາຫະກິດແບບເກົ່າຫັນປ່ຽນຮູບແບບດໍາເນີນທຸລະກິດ;ປະຕິບັດກົນໄກທົດລອງນະໂຍບາຍໃໝ່ສໍາລັບການຜັນຂະຫຍາຍ,ໝູນໃຊ້ເຕັກໂນໂລຊີໃໝ່ເຂົ້າໃນຮູບແບບເສດຖະກິດແບ່ງປັນຊຶ່ງຂໍ້ຕົກລົງສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 12 ສິງຫາ 2019 ເປັນຕົ້ນໄປ.

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ