ສິງກະໂປ ປະກາດຫາ້ມຂາຍງາຊາ້ງ

  ລັດຖະບານສິງກະໂປປະ ກາດຫ້າມຂາຍງາຊ້າງປ່າພາຍໃນ ປະເທດ ໂດຍຈະເລີ່ມບັງຄັບໃຊ້ພາຍ ໃນປີ 2021 ເພື່ອໃຫ້ສອດຄ່ອງກັບນະໂຍບາຍຕໍ່ຕ້ານການຄ້າສັດປ່າ ຜິດກົດໝາຍ.

ຕາມຂ່າວຕ່າງປະເທດລາຍ ງານໃນວັນທີ 12 ສິງຫາວ່າ ສິງກະໂປຈະບັງຄັບໃຊ້ຄຳສັ່ງຫ້າມຂາຍ ງາຊ້າງ ແລະຜະລິດຕະພັນຈາກ ງາຊ້າງພາຍໃນປະເທດນັບແຕ່ປີ 2021 ເປັນຕົ້ນໄປເພື່ອຍົກລະດັບການໂຄສະນາຕໍ່ຕ້ານການຄ້າສັດ ປ່າຜິດກົດໝາຍ. ການປະກາດ ດັ່ງກ່າວມີຂຶ້ນ ເນື່ອງໃນໂອກາດວັນຊ້າງໂລກ ພາຍຫຼັງ ລັດຖະບານ ແລະພາກສ່ວນຕ່າງໆ, ຜູ້ຄ້າງາ ຊ້າງ ແລະສາທາລະນະຊົນໄດ້ປຶກ ສາຫາລືກັນເປັນເວລາ 2 ປີ ຜ່ານ ມາ. ຂະນະດຽວກັນເຈົ້າໜ້າທີ່ກ່ຽວ ຂ້ອງໄດ້ຢຶດງາຊ້າງຜິດກົດໝາຍເກືອບ 9 ໂຕນ ເມື່ອເດືອນຜ່ານມາ, ເປັນຄັ້ງໃຫຍ່ທີ່ສຸດ ໂດຍມາຈາກ ຊ້າງອາຟຣິກາ 300 ໂຕ, ມູນຄ່າ 12,9 ລ້ານໂດລາສະຫະລັດ,ຊຶ່ງພົບເຫັນໃນຕູ້ຄອນເທັນເນີ (ຕູ້ ສິນຄ້າ) ມາຈາກປະເທດກົງໂກທີ່ພວມຂົນສົ່ງໄປຍັງ ສສ ຫວຽດ ນາມ ໂດຍຜ່ານສິງກະໂປ ແລະ ຍັງມີເກັດໂຕຫຼິ່ນຈໍານວນຫຼວງ ຫຼາຍອີກດ້ວຍ.

ກົດໝາຍຫ້າມດັ່ງກ່າວນີ້ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກັນ ຍາ ປີ 2021 ເປັນຕົ້ນໄປ, ຖ້າຜູ້ໃດ ຝ່າຝືນຈະມີໂທດຕິດຄຸກສູງສຸດ 1 ປີ ແລະ ປັບໃໝອີກດ້ວຍ.

 ພາບ ແລະຂາ່ວຂາກ: ໜັງສືພິມເສດຖະກິດ-ສັງຄົມ