ສ້າງຂີດຄວາມສາມາດໃນການຈັດຫາແຫຼ່ງທຶນ SMEs ຂອງລາວ

  ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (Small and Medium Enterprises: SMEs)ໄດ້ຮັບການສົ່ງເສີມ ແລະພັດທະນາຢ່າງເປັນລະບົບ ແລະປະ ກອບສ່ວນສໍາຄັນແກ່ການພັດທະນາເສດຖະກິດ-ສັງຄົມ ສປປ ລາວ ສະນັ້ນ,ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມ SMEs ໂດຍໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍວ່າດ້ວຍການ ສົ່ງເສີມ SMEs ແລະບັນດາດໍາ ລັດຕ່າງໆເຊັ່ນ: ດໍາລັດວ່າດ້ວຍ ກອງທຶນສົ່ງເສີມSMEs, ດໍາລັດ ວ່າດ້ວຍການຈັດແບ່ງຂະໜາດ SMEs ແລະດໍາລັດວ່າດ້ວຍການ ຮັບຮອງ ແລະປະກາດໃຊ້ແຜນພັດ ທະນາ  SMEs2016-2020 ແລະໄລຍະຜ່ານມາ SMEs ປະ ກອບທຸລະກິດການຄ້າຂາຍສົ່ງ ແລະຄ້າຂາຍຍ່ອຍປະມານ 63% ກວມເອົາ 99,8% ຂອງວິສາຫະກິດທັງໝົດທົ່ວປະເທດສາມາດສ້າງອາຊີບໄດ້ປະມານ 70%, ວິສາຫະກິດທີ່ມີຈໍານວນພະນັກງານໜ້ອຍກວ່າ 5 ຄົນ ປະ ມານ 86%, ໃນນີ້ວິສາຫະກິດປະເພດນີ້ມີເພດຍິງເປັນເຈົ້າຂອງກວມ 31% ປະຈຸບັນ SMEs ມີອັດຕາສ່ວນແບ່ງການສົ່ງອອກ ປະມານ 10-12% ແລະປະກອບສ່ວນປະມານ 16-20% ແກ່ລວມຍອດຜະລິດຕະພັນພາຍໃນ (GDP) ແຕ່ເມື່ອສົມທຽບໃສ່ກັບບັນດາປະເທດຕ່າງໆເຫັນວ່າຍັງມີອັດຕາຕໍ່່າກວ່າເຊັ່ນມາເລເຊຍ ແລະຟິລິບປິນ 32%, ປະເທດໄທ 39% (ອົງ ການສະຫະປະຊາຊາດ 2015).

  ຜູ້ສື່ຂ່າວພວກເຮົາໄດ້ສໍາພາດ ທ່ານ ປອ. ສາຍທອງ ພົມມະວົງ ຮອງຫົວໜ້າກົມແຜນການ ແລະ ການລົງທຶນ, ກໍາມາທິການແຜນການການເງິນ ແລະ ການກວດສອບຂອງສະພາແຫ່ງຊາດກ່ຽວກັບບັນຫາການສ້າງຂີດຄວາມສາ ມາດໃນການຈັດຫາແຫຼ່ງທຶນເພື່ອ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ໂດຍ ໄດ້ໃຫ້ຮູ້ວ່າ:  ປະຈຸບັນບັນດາປະ ເທດທີ່ກໍາລັງພັດທະນາ ແລະປະເທດພັດທະນາແລ້ວໄດ້ຫັນມາໃຫ້ຄວາມສົນໃຈແກ່ການສ້າງຕັ້ງກອງທຶນເພື່ອສົ່ງເສີມການລົງທຶນ SMEs ຫຼື Venture Capital Mar ket (VC). .ເກົາຫຼີໄດ້ລິເລີ່ມການພັດທະນາກອງທຶນດັ່ງກ່າວໃນປີ 1989 ແນໃສ່ສົ່ງເສີມການລົງທຶນ ແລະ ການພັດ ທະນາ SMEs ໃຫ້ມີການຂະຫຍາຍຕົວທີ່ໝັ້ນທ່ຽງໂດຍສະໜອງທຶນຜ່ານບໍລິສັດກອງທຶນໃນໄລຍະຍາວໃຫ້ມີກອງທຶນທີ່ໝັ້ນຄົງໂດຍນໍາໃຊ້ຊັບພະຍາກອນການເງິນທັງ ໝົດສະເພາະການລົງ ທຶນຂອງ SMEs.

  ຫຼັກການການເງິນ SMEs .ເກົາຫຼີ ປະກອບດ້ວຍ 4 ພາກສ່ວນສໍາຄັນຄື: ການປ່ອຍກູ້ໂດຍກົງຂອງວິສາຫະກິດຂະໜາດນ້ອຍ (small business corpo ration: SBC), ການຄໍ້າປະກັນໂດຍໂຄງ ການຄໍ້າປະກັນຂອງລັດ (Public guarantee scheme), ກອງທຶນຄໍ້າປະກັນການລົງທຶນ (Fund of funds for investing ven tures) ແລະການກູ້ຢືມແບບບັງ ຄັບພາຍໃຕ້ທະນາຄານແຫ່ງຊາດ .ເກົາຫຼີ(Mandatory loan guidance by Bank of Ko rea) ປະຈຸບັນ . ເກົາຫຼີ ມີກອງ ທຶນເພື່ອສົ່ງເສີມການລົງທຶນທຸລະ ກິດ SMEs ເອກະຊົນ100 ກວ່າແຫ່ງໃນນັ້ນເອກະຊົນພາຍໃນ 93 ບໍລິສັດ ແລະຕ່າງປະເທດ 7 ບໍລິສັດ; ສໍາລັບ, ອິນໂດເນເຊຍມີ ກອງທຶນເພື່ອສົ່ງເສີມການລົງທຶນທຸລະກິດຂະໜາດນ້ອຍ ແລະຂະໜາດກາງເອກະຊົນ 100 ກວ່າແຫ່ງໃນນັ້ນມີກອງທຶນລັດ 10 ແຫ່ງ; ສໍາລັບ, ສສ ຫວຽດນາມໄດ້ລິເລີ່ມສ້າງຕັ້ງກອງທຶນເພື່ອການລົງທຶນດ້ວຍເອກະຊົນປະມານ 20 ປີຜ່ານມາ,ຮອດປະຈຸບັນມີກອງທຶນດັ່ງກ່າວປະມານ 40 ແຫ່ງໄດ້ລົງທຶນໃນຕະຫຼາດຫຸ້ນ,ປະມານ 20 ແຫ່ງໄດ້ລົງທຶນເຂົ້າໃນຂະແໜງບໍລິການ,ເນື່ອງຈາກປະຈຸບັນນີ້, ສປປ ລາວ ຍັງບໍ່ທັນມີກອງທຶນ ສົ່ງເສີມການລົງທຶນຂອງພາກລັດ ແລະເອກະຊົນ (Public and private venture capital or ganizations) ທີ່ດໍາເນີນການສົ່ງເສີມການລົງທຶນດ້ວຍການໃຫ້ສິນເຊື່ອແກ່ SMEs, ດັ່ງນັ້ນ, ການສ້າງຄວາມເຂັ້ມແຂງແກ່ການສ້າງຕັ້ງກອງທຶນສົ່ງເສີມການລົງທຶນຈຶ່ງມີຄວາມຈໍາເປັນສໍາລັບ ສປປ ລາວ.    

  ລັດຖະບານ ສປປ ລາວ ມີນະໂຍບາຍສົ່ງເສີມການພັດທະນາ SMEs ໄລຍະ 2016-2020 ແນໃສ່ສົ່ງເສີມປະສິດທິພາບ, ເຕັກ ໂນໂລຍີ ແລະນະວັດຕະກໍາ; ການ ເຂົ້າຫາແຫຼ່ງທຶນ; ການສົ່ງເສີມ ການເຂົ້າຫາບໍລິການພັດທະນາທຸ ລະກິດ; ການເຂົ້າຫາ ແລະການຂະ ຫຍາຍຕະຫຼາດ; ການພັດທະນາ ຄວາມເປັນຜູ້ປະກອບການ, ການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບທຸລະກິດ; ການສົ່ງເສີມດ້ານພາສີ ແລະການຊ່ວຍເຫຼືອ ດ້ານການເງິນ. ການສົ່ງເສີມການເງິນ SMEs ໄດ້ຮັບການຄຸ້ມຄອງ ແລະການເຄື່ອນໄຫວພາຍໃຕ້ດໍາ ລັດວ່າດ້ວຍກອງທຶນສົ່ງເສີມSMEs (ເລກທີ 123/ນຍ ລົງວັນທີ 3 ມີນາ 2010) ໂດຍໄດ້ກໍານົດວ່າ: “ກອງທຶນສົ່ງເສີມ SMEs ແມ່ນການຈັດຕັ້ງການເງິນໜຶ່ງຂອງລັດທີ່ສ້າງຕັ້ງຂຶ້ນເພື່ອລະດົມທຶນ ແລະ ນໍາໃຊ້ເຂົ້າໃນການສົ່ງເສີມ ແລະ ຊ່ວຍເຫຼືອ SMEs ທາງດ້ານເຕັກນິກວິຊາການ ແລະ ການເຂົ້າຫາແຫຼ່ງທຶນດ້ວຍຮູບການໃຫ້ກູ້ຢືມດອກເບ້ຍຕໍ່າຜ່ານສະຖາບັນການເງິນ, ການໃຫ້ການຄໍ້າປະກັນສິນເຊື່ອ, ການຮ່ວມລົງທຶນ ແລະ ອື່ນໆ”(ມາດຕາ2).

  ທ່ານ ປອ. ສາຍທອງ ພົມມະວົງ ໄດ້ໃຫ້ຮູ້ຕື່ມວ່າ: ໃນປີ 2008, ລັດຖະບານໄດ້ຮັບມອບໝາຍໃຫ້ທະນາຄານພັດທະນາລາວເປັນອົງກອນການເງິນສະໜອງສິນເຊື່ອ ໃຫ້ແກ່ທຸລະກິດ SME ປີ 2010 ກອງທຶນສົ່ງເສີມ SME ຮັບການ ສ້າງຕັ້ງຂຶ້ນ ແລະສາມາດປ່ອຍ ສິນເຊື່ອພາຍໃຕ້ເງື່ອນໄຂສິນເຊື່ອ (Line of credit: LOC) ໃຫ້ ແກ່ວິສາຫະກິດປະມານ 30 ຕື້ກວ່າກີບ (ປະມານ 4 ລ້ານໂດລາສະຫະລັດ), ກອງທຶນໄດ້ຮັບເງິນສົ່ງເສີມຈາກທະນາຄານໂລກ (ໂຄງການ AF2) 15 ລ້ານໂດ ລາ ໂດຍປ່ອຍກູ້ຜ່ານທະນາຄານ ທຸລະກິດ 4 ແຫ່ງ. ຮອດເດືອນກັນ ຍາ ປີ2018, ຈໍານວນ 194 ໂຄງການກູ້ຢືມຂອງ 131 ວິສາຫະກິດໄດ້ເຊັນສັນຍາຮັບສິນເຊື່ອ, 44 ຫົວໜ່ວຍແມ່ນແມ່ຍິງເປັນເຈົ້າຂອງໃນນັ້ນ 118 ຫົວໜ່ວຍໄດ້ຮັບສິນເຊື່ອພາຍໃຕ້ໂຄງການ AF2, ໃນ ລະດັບອັດຕາດອກເບ້ຍ 7-10%.

 ແຕ່ເຖິງຢ່າງໃດກໍຕາມເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຕົວຈິງແລ້ວ, ກອງທຶນດັ່ງກ່າວຍັງບໍ່ທັນສາມາດສະໜອງໄດ້ພຽງພໍອີງຕາມການສໍາຫຼວດ, ມີພຽງແຕ່ 92 ວິສາຫະກິດ (ປະມາ  0,07% ຂອງ 124.567 ຫົວໜ່ວຍ) ໃນນັ້ນ 44 ຫົວໜ່ວຍທີ່ແມ່ຍິງເປັນເຈົ້າຂອງສາມາດເຂົ້າເຖິງແຫຼ່ງເງິນທຶນນັ້ນ. ໃນປີ 2014, ທະນາຄານໄດ້ສະໜອງ ເງິນກູ້ 20 ລ້ານໂດລາສະຫະລັດ ແລະ 10 ລ້ານໂດລາ ເງິນຊ່ວຍເຫຼືອລ້າເຂົ້າກອງທຶນ SME  ໂດຍ ອັດຕາດອກເບ້ຍປ່ອຍກູ້ໃຫ້ແກ່ ວິສາຫະກິດ SME ໃນລະດັບ 7-9% ຕໍ່າກວ່າອັດຕາດອກເບ້ຍການກູ້ຢືມທະນາຄານທຸລະກິດ (9-10%).

ອີງຕາມດໍາລັດວ່າດ້ວຍການຮັບຮອງ ແລະປະກາດໃຊ້ແຜນພັດທະນາ SME2016-2020 (ເລກທີ 253, 2017), ຄວາມຕ້ອງການເງິນລົງທຶນເພື່ອການສົ່ງເສີມ SME ໄລຍະ 2016-2020 ປະມານ 569 ຕື້ກີບ (66 ລ້ານໂດລາ) ແລະປະມານ 335 ື້ກີບ (39 ລ້ານໂດລາ) ຈະລົງທຶນຜ່ານສະຖາບັນການເງິນ. ກອງທຶນສົ່ງເສີມ SMEໄດ້ຮັບຮອງ ໃນມະຕິກອງປະຊຸມສະໄໝສາມັນ ເທື່ອທີ 5 ສະພາແຫ່ງຊາດ ຊຸດທີ VIII ຈໍານວນ 200 ຕື້ກີບ ແລະ 300 ລ້ານໂດລາ. ນອກນີ້, ການ ສົ່ງເສີມວິສາຫະກິດ MSME ຍັງມີສິນເຊື່ອຈາກທະນາຄານນະໂຍບາຍ ແລະ ການເງິນຈຸລະພາກ. ທະນາຄານນະໂຍບາຍຈະປະກອບສ່ວນໃນການສົ່ງເສີມ ແລະ ສະ ໜອງທຶນເຂົ້າໃນການພັດທະນາຊົນນະບົດ ແລະວຽກງານແກ້ໄຂຄວາມທຸກຍາກໂດຍແນໃສ່ສົ່ງເສີມການຜະລິດໃນລະດັບຄອບຄົວ. ສ່ວນການເງິນຈຸລະພາກແມ່ນແນ ໃສ່ສົ່ງເສີມການຜະລິດໃນລະດັບຄອບຄົວໃນທ້ອງຖິ່ນ ແລະຊຸມຊົນ.

 ການສະໜອງສິນເຊື່ອເພື່ອ SME ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ການສະໜອງທຶນ SME ກວມພຽງແຕ່ປະມານ 49,55% ຂອງລວມຍອດຜະລິດ ຕະພັນພາຍໃນ (GDP) (ຂໍ້ມູນ 2016) ແລະ ໃນບັນດາທຶນດັ່ງກ່າວສະໜອງໃຫ້ພຽງແຕ່ 92 ວິສາຫະກິດ (ປະມານ0,07% ຂອງ 124.567 ຫົວໜ່ວຍ) ເມື່ອສົມທຽບໃສ່ອັດຕາສ່ວນແບ່ງຂອງວິສາຫະກິດ SME ທີ່ກວມ 99% ຂອງທຸລະກິດແລ້ວຍັງຕ້ອງການເພີ່ມເງິນທຶນຂຶ້ນເພື່ອຊຸກຍູ້ການລົງທຶນດັ່ງກ່າວດັ່ງນັ້ນ, ການສ້າງເງື່ອນໄຂເພື່ອຊອກຫາການເຂົ້າເຖິງແຫຼ່ງທຶນ SME ດ້ວຍວິທີຕ່າງໆຈຶ່ງມີຄວາມຈໍາເປັນ ໂດຍສະ ເພາະການສ້າງຂີດຄວາມສາມາດເຂົ້າສູ່ແຫຼ່ງທຶນດ້ວຍການກະກຽມເງື່ອນໄຂການພັດທະນາກອງທຶນການສົ່ງເສີມການລົງທຶນ SME (SME venture capital market) ເພື່ອກ້າວສູ່ການສະ ໜອງແຫຼ່ງທຶນໃຫ້ແກ່ SME ໂດຍສະເພາະທຸລະກິດລິເລີ່ມໃໝ່, ມີນະວັດຕະກໍາ, ປະກອບສ່ວນໃນການສ້າງມູນຄ່າເພີ່ມ, ສົ່ງເສີມການສົ່ງອອກ ແລະສ້າງລາຍຮັບແກ່ລັດໃຫ້ເພີ່ມຂຶ້ນ.

 ທ່ານ ປອ. ສາຍທອງ ພົມມະ ວົງເນັ້ນວ່າການສ້າງຂີດຄວາມສາມາດດ້ານການຈັດຫາແຫຼ່ງທຶນສຳລັບ SME ເພື່ອສ້າງເງື່ອນໄຂໃນການພັດທະນາກອງທຶນເພື່ອການສົ່ງເສີມການລົງທຶນ (Ven ture capital market) ມີຫຼາຍວິ ທີ ແລະຈະນໍາສະເໜີບົດຮຽນການ ພັດທະນາແລະການສ້າງຕັ້ງກອງທຶນສົ່ງເສີມການພັດທະນາ SME ຂອງ . ເກົາຫຼີ ຕາມຂັ້ນຕອນຄື: ວິໄສທັດກອງທຶນສົ່ງເສີມການລົງທຶນ SMEs ຫຼືກອງທຶນ SME ໃສ່ປັບປຸງການເຂົ້າເຖິງການເງິນແຫຼ່ງຕ່າງໆໂດຍສະເພາະກອງທຶນສົ່ງເສີມການລົງທຶນ (SME venture capital market).ພັນທະກິດກອງທຶນ SME ສ້າງສະພາບແວດລ້ອມດ້ານນິຕິກໍາທີ່ເອື້ອອໍານວຍໃນການສົ່ງ ເສີມການພັດທະນາ ແລະການສ້າງຕັ້ງກອງທຶນ, ເປົ້າໝາຍຮັບປະກັນໂຄງສ້າງດ້ານນິຕິກໍາເພື່ອໃຫ້ສາມາດຈັດຕັ້ງປະຕິບັດກອງທຶນສົ່ງເສີມການລົງທຶນ ແລະຈຸດປະສົງແຜນການກະກຽມການສ້າງຕັ້ງກອງທຶນມີຈຸດປະສົງປັບປຸງກົດໝາຍທີກ່ຽວຂ້ອງໃນການສ້າງຕັ້ງກອງທຶນ; ພັດທະນາກົນໄກໃນຈັດຕັ້ງເຄື່ອນໄຫວຂອງກອງທຶນ; ຈັດ ຕັ້ງກອງທຶນສົ່ງເສີມການລົງທຶນ SME ເພື່ອສົ່ງເສີມການລົງທຶນ SME ໂດຍສະເພາະທຸລະກິດທີ່ມີນະວັດຕະກໍາດີເດັ່ນສາມາດສ້າງມູນຄ່າເພີ່ມສູງ ແລະມີລາຍຮັບໃຫ້ແກ່ລັດ.

ສໍາລັບ ຍຸດທະສາດໃນການພັດທະນາກອງທຶນ SME ປະກອບ ດ້ວຍ: ການປູກຈິດສໍານຶກດ້ານ ວຽກງານກອງທຶນສົ່ງເສີມການລົງທຶນ SME ໃຫ້ແກ່ພາກສ່ວນ ກ່ຽວຂ້ອງ; ສະເໜີແຜນການ ເພື່ອ ປັບປຸງນິກໍາກ່ຽວຂ້ອງຮັບໃຊ້ກອງ ທຶນ; ສ້າງຕັ້ງອົງການຈັດຕັ້ງຮັບ ຜິດຊອບກອງທຶນ, ກໍານົດກົງຈັກ ການຈັດຕັ້ງ ແລະແຕ່ງຕັ້ງຄະນະ ກໍາມະການຮັບຜິດຊອບການເຄື່ອນ ໄຫວກອງທຶນ; ສ້າງຕັ້ງກອງທຶນ SME ຕົວແບບ ເພື່ອທົດລອງການ ເຄື່ອນໄຫວກອງທຶນຕົວຈິງ.ກ່ຽວ ກັບການຄາດຄະເນຜົນໄດ້ຮັບ ໂດຍ ພາກສ່ວນກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຖິງເຖິງຄວາມສໍາຄັນ ຂອງກອງທຶນສົ່ງເສີມການລົງທຶນ SME; ກົດໝາຍ ແລະນິຕິກໍາທີ່ກ່ຽວຂ້ອງໄດ້ຮັບການປັບປຸງ ແລະ ສ້າງຂຶ້ນເພື່ອຮອງຮັບການເຂົ້າຫາ ແຫຼ່ງທຶນ ແລະການສ້າງຕັ້ງກອງ ທຶນສົ່ງເສີມການລົງທຶນSME ແລະກອງທຶນສົ່ງເສີມການລົງທຶນ SME (VC) ໄດ້ຮັບການສ້າງຕັ້ງຂຶ້ນເພື່ອແນໃສ່ຊຸກຍູ້ການເຂົ້າຫາແຫຼ່ງທຶນທີຫຼາກຫຼາຍ ແລະສົ່ງເສີມການລົງທຶນ SME.

------------

ຂຽນໂດຍ: ຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ