ສະຖາບັນທຸລະກິດແສງສະຫວັນ ຈະຮັບນັກສຶກສາປະລິນຍາຕີ 275 ຄົນ

  ສົກຮຽນ 2019-2020 ນີ້ກະຊວງສຶກສາທິການ ແລະກີລາອະນຸມັດໃຫ້ສະຖາບັນທຸລະກິດ ແສງສະຫວັນຮັບນັກສຶກສາລະດັບປະລິນຍາຕີພຽງແຕ່ 275  ຄົນ ໃນ 5 ສາຂາວິຊາຮຽນເພື່ອແນໃສ່ຍົກສູງຄຸນນະພາບໃນການສ້າງ ບຸກຄະລາກອນອອກມາຮັບໃຊ້ສັງຄົມຂະນະທີ່ການສອບເສັງຈະມີຂຶ້ນໃນວັນທີ 6 ກັນຍາ 2019 ນີ້.

ທ່ານ ຄໍາແສນ ສີສະວົງປະທານກຸ່ມການສຶກສາແສງສະຫວັນໄດ້ໃຫ້ສໍາພາດເຖິງການກະກຽມສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສະຖາບັນທຸລະກິດແສງ ສະຫວັນໃນສົກຮຽນ  2019- 2020  ວ່າ:ເປັນປີທໍາອິດທີ່ກະຊວງສຶກສາ ທິການ ແລະກີລາໄດ້ອະນຸມັດໃຫ້ສະຖາບັນທຸລະກິດແສງສະຫວັນເປີດຫຼັກສູດການຮຽນການສອນ ລະດັບປະລິນຍາຕີ ໃນ 5 ສາຂາວິຊາຮຽນ ຄື: ບໍລິຫານທຸລະກິດ,ຜູ້ປະກອບການ, ອັກສອນສາດພາ ສາອັງກິດ, ວິສະວະກໍາຊ໊ອບແວ ແລະບໍລິຫານຂໍ້ມູນຂ່າວສານ ໂດຍທາງກະຊວງສຶກສາທິການ ແລະ ກີລາອະນຸມັດໃຫ້ຮັບນັກສຶກສາພຽງ ແຕ່ 275 ຄົນ

ປະທານກຸ່ມການສຶກສາແສງ ສະຫວັນ ຍັງກ່າວເນັ້ນໃຫ້ຮູ້ຕື່ມວ່າ: ສາຂາວິຊາປະລິນຍາຕີບໍລິຫານທຸ ລະກິດຈະໄດ້ສຶກສາລົງເລິກທາງ ດ້ານການຕະຫຼາດ,ການບໍລິຫານ-ຄຸ້ມຄອງບຸກຄະລາກອນ, ການ ເງິນ, ການບັນຊີ ແລະການທະນາຄານ.ສ່ວນປະລິນຍາຕີຜູ້ປະກອບ ການ,ເປັນຫຼັກສູດໃໝ່ທີ່ເເທດເໝາະ ກັບຄວາມຕ້ອງການຂອງສັງຄົມ ໃນປະຈຸບັນເພາະທີ່ຜ່ານມາກໍ່ສັງ ເກດເຫັນໄດ້ວ່ານັກສຶກສາທີ່ຈົບໄປແລ້ວກໍ່ຊອກຫາວຽກເຮັດງານທຳກໍ່ຍາກ.ສະນັ້ນຫຼັກສູດນີ້ເມື່ອຮຽນ ຈົບແລ້ວກໍ່ສາມາດເປັນຜູ້ປະກອບການ, ເປັນເຈົ້າຂອງທຸລະກິດຂະໜາດນ້ອຍ ຫຼື ຂະໜາດກາງກໍ່ແລ້ວແຕ່ ຄວາມເປັນຈິງເນື່ອງຈາກຫຼັກສູດ ດັ່ງກ່າວເປັນການປະສົມປະສານ ລະຫວ່າງທິດສະດີກັບພາກປະຕິ ບັດຕົວຈິງໄປພ້ອມກັນ.  

ສໍາລັບຫຼັກສູດປະລິນຍາຕີອັກ ສອນສາດພາສາອັງກິດນັ້ນກໍ່ມີຄວາມສໍາຄັນຫຼາຍ ໂດຍໃນຍຸກປະ ຈຸບັນນີ້ມັນມີການພົວພັນກັບຫຼາຍ ປະເທດໃນທົ່ວໂລກ ແລະການພົວ ພັນກໍ່ລ້ວນແລ້ວແຕ່ຕ້ອງໃຊ້ພາສາ ອັງກິດໃນສື່ສານ. ສະນັ້ນທາງສະ ຖາບັນທຸລະກິດແສງສະຫວັນ ຈຶ່ງໃຫ້ຄູ-ອາຈານຄົນຕ່າງປະເທດຜູ້ມີ ປະສົບການມາສິດສອນໃຫ້ເປັນຫຼັກ. ເພື່ອໃຫ້ນັກຮຽນນັກສຶກສາທີ່ຮຽນຈົບແລ້ວມີຄວາມສາມາດເວົ້າພາສາອັງກິດໄດ້ມາດຕະຖານສົມກັບ ຈົບປະລິນຍາຕີພາສາອັງກິດ.

ຫຼັກສູດປະລິນຍາຕີວິສະວະກໍາຊ໊ອບແວຈະເນັ້ນໜັກເລື່ອງການຂຽນຊ໊ອບແວ ໂດຍມີການຮວມມື ກັບມະຫາວິທະຍາໄລ FBT ສສ ຫວຽດນາມ ທີ່ມີຊື່ສຽງດ້ານການ ສ້າງນັກຂຽນຊ໊ອບແວ ຫຼັກສູດນີ້ ກໍ່ຈະສອນເປັນພາສາອັງກິດ,ຂະນະທີ່ຫຼັກສູດປະລິນຍາຕີບໍລິຫານຂໍ້ມູນຂ່າວສານກໍ່ເປັນການຮ່ວມມືກັບມະ ຫາວິທະຍາໄລ FBT ຄືກັນເພື່ອ ເນັ້ນຄຸນນະພາບໃຫ້ທຽບເທົ່າສາກົນ ຮຽນຈົບແລ້ວກໍ່ສາມາດໄປເຮັດ ວຽກກັບບັນດາປະເທດໃນພາກພື້ນ ແລະໃກ້ຄຽງໄສະບາຍ.

ປະທານກຸ່ມການສຶກສາແສງສະຫວັນຍັງກ່າວອີກວ່າ: ສະຖາ ບັນທຸລະກິດແສງສະຫວັນ ໄດ້ມີ                                                              ການພົວພັນຮ່ວມມືກັບຫຼາຍມະຫາວິທະຍາໄລ ແລະສະຖາບັນການສຶກ ສາໃນພາກພື້ນ ແລະປະເທດໃກ້ ຄຽງເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ແລະຫຼັກສູດການ ຮຽນ-ການສອນສາມາດສົ່ງນັກຮຽນໄປເຝິກງານ ຫຼື ສຶກສາຕໍ່ຢູ່ ຕ່າງປະເທດເພາະໄດ້ມີການເຊັນສັນຍາຮ່ວມມືກັນກັບບັນດາມະຫາວິທະຍາໄລເຫຼົ່າໆນັ້ນ.

ສະຖາບັນທຸລະກິດແສງສະຫວັນຈະຈັດສອບເສັງໃນວັນທີ 6 ກັນຍາ 2019 ນີ້ເປັນສະຖານການ ສຶກສາແຫ່ງສຸດທ້າຍໃນ ສປປ ລາວທີ່ຈະສອບເສັງຄັດເລືອກເອົານັກສຶກ ສາເຂົ້າຮຽນໃນລະດັບປະລິນຍາຕີ ຖັດຈາກມະຫາວິທະຍາໄລແຫ່ງ ຊາດ, ສະຖາບັນລັດຕະນະບໍລິຫານທຸລະກິດເພື່ອໃຫ້ນັກຮຽນທີ່ຮຽນ ຈົບ ມ7 ຫຼື ຜູ້ທີ່ຕ້ອງການສຶກສາຕໍ່ ປະລິນຍາຕີ. ແນວໃດກໍ່ຕາມໃນ 5 ສາຂາວິຊາຮຽນມີຜູ້ມາສະໝັກ ສອບເສັງເຂົ້າແລ້ວ 400 ກວ່າຄົນ ແຕ່ຈະຮັບພຽງແຕ່ 275 ຄົນ ສາ ຂາວິຊາລະ 50 ຄົນ ຫາ 60 ຄົນ ຕາມໂຄຕ້າທີ່ກະຊວງສຶກສາທິການ ແລະກີລາກໍານົດໃຫ້.

ສໍາລັບວິຊາທີ່ຈະສອບເສັງເຂົ້າປະກອບມີ 3 ວິຊາຫຼັກຄື:ຄວາມຮູ້ທົ່ວໄປ, ຄະນິດສາດ ແລະພາສາອັງກິດ.ຜູ້ທີ່ສົນໃຈສາມາດຊື້ ຄໍາຮ້ອງເຂົ້າສອບເຄັດເລືອກ ນັບແຕ່ມື້ນີ້ເປັນຕົ້ນໄປທີ່ສະຖາບັນທຸລະກິດແສງສະຫວັນ ບ້ານສີສະຫວາດ ເມືອງຈັນທະບູລີ ຫຼື ທີ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງ ວຽງຈັນ. ໂທ 021 22 38 22.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ