ອົດສະຕຣາລີຢຶດຢາອີໄດ້ເກືອບ 800 ກິໂລກຣາມ

   ຕຳຫຼວດອົດສະຕຣາລີ ຮ່ວມກັບນູແວນເຊລັງ ແລະອັງກິດ ທຳລາຍແກ້ງຄ້າຢາອີຂ້າມຊາດ ຢຶດຢາອີໄດ້ຫຼາຍທີ່ສຸດເທົ່າທີ່ເຄີຍ ມີມາໃນອົດສະຕຣາລີເຖິງ 766 ກິໂລກຣາມ ແລະຈັບກຸມຜູ້ຊາຍອັງ ກິດໄດ້ 4 ຄົນ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ຕຳຫຼວດອົດສະຕຣາລີຖະແຫຼງວ່າ ຢາອີ 766 ກິໂລກຣາມ ມີມູນຄ່າໃນຕະຫຼາດສູງເຖິງ 90 ລ້ານໂດລາອົດສະຕຣາລີ ຢຶດໄດ້ ໃນລັດ ຄວິນສະແລນ ແກ້ງອາຊະຍາກຳເຫຼົ່ານີ້ ຫາກຳໄລຢ່າງ ມະຫາສານຈາກຊຸມຊົນອົດສະຕຣາ ລີ ແຕ່ສິ່ງສຳຄັນເຮັດໃຫ້ສຸຂະພາບ ຕົກຢູ່ໃນອັນຕະລາຍ ໂດຍຈຳໜ່າຍ ໃນຮູບແບບຢາເມັດ ແລະແຄບ ຊູນ,ຊຶ່ງຊາຍອັງກິດສອງຄົນອາຍຸ 40 ປີ ແລະ 51 ປີຖືກຈັບໄດ້ຢູ່ອົດ ສະຕຣາລີ ພ້ອມກັບຊາຍອົດສະ ຕຣາລີອາຍຸ 26 ປີ ຖືກຕັ້ງຂໍ້ຫາ ຄອບຄອງຢາເສບຕິດ, ຊາຍອັງກິດ ອີກ 2 ຄົນ ອາຍຸ 49 ແລະ 60 ປີ ຈັບໄດ້ຢູ່ນູແວນເຊລັງ ຫຼັງຈາກທາງການທຳລາຍແກ້ງຄ້າເມດ ແອມເຟຕາມິນປະມານ 200 ກິໂລ ກຣາມໃນອາທິດທີ່ຜ່ານມາ.

ທາງການປະເມີນວ່າ ແຕ່ລະປີມີການເສບຢາອີໃນອົດສະຕຣາ ລີບໍ່ຕໍ່າກວ່າ 1,1 ໂຕນ ໂດຍໃນ ເດືອນມິຖຸນາ ທີ່ຜ່ານມາຕຳຫຼວດຫາກໍຢຶດຢາໄອໄດ້ 1,6 ໂຕນ ມູນ ຄ່າ 1,2 ຕື້ໂດລາອົດສະຕຣາລີ, ອົດສະຕຣາລີກຳລັງພົບກັບບັນຫາຄົນຕິດຢາເສບຕິດຫຼາຍຂຶ້ນ ໂດຍສະເພາະຢາໄອ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ