ແຄນນອລເປີດໂຕເຄື່ອງພິມ ລະດັບໂປຣດັກຊັນໃໝ່ຫຼ້າສຸດ

   ບໍລິສັດແຄນນອລ  ມາຣເກັດ ຕິ້ງຈຳກັດເປີດໂຕເຄື່ອງພິມສີດິຈິທັລ ລະດັບໂປຣດັກຊັນ Canon imagePRESS ໃໝ່ຫຼ້າສຸດ 3 ລຸ້ນຄື: C910 C810 ແລະC710 ເພື່ອ ງານພິມລະດັບມືອາຊີບສຳລັບທຸລະ ກິດການພິມໃນປະລິມານການພິມ ລະດັບນ້ອຍເຖິງກາງ.

ດ້ວຍເຕັກໂນໂລຊີຊັ້ນສູງທີ່ເຕັມໄປດ້ວຍປະສິດທິພາບອັດແໜ້ນຢູ່ ໃນເຄື່ອງພິມທີ່ສົມບູນແບບຮອງຮັບ ວັດສະດຸການພິມໄດ້ໜາເຖິງ 350 ກຣາມບົນວັດສະດຸທີ່ມີຄວາມຍາວສູງສຸດ 1.300 ມມ ເພີ່ມຂອບເຂດ ການພິມຫຼາກຫຼາຍຮູບແບບເຊັ່ນ: ນາມບັດຈົດໝາຍຮູບແບບຕ່າງໆ, ໜັງສື, ງານອອກແບບ,  ແຟ້ມ  ແລະໂປສເຕີ.

ໂດຍລຸ້ນ Canon imagePRESS C910 ຊີຣີມາພ້ອມລະບົບອັດສະລິຍະສາມາດພິມງານ ດ້ວຍຄວາມໄວໃນການພິມສູງເຖິງ 90 ໜ້າຕໍ່ນາທີລຸ້ນ  Canon image C810 ພິມໄດ້  80 ໜ້າຕໍ່ນາທີ  ແລະCanon imagePRESS C710 ພິມໄດ້ 70 ໜ້າຕໍ່ນາທີ Canon imagePRESS.

ທັງ 3 ລຸ້ນຕອບໂຈດການເຮັດ ທຸລະກິດພາຍໃຕ້ການແນະນຳ  Business Can Be Simple with Canon ທີ່ຊ່ວຍໃຫ້ການເຮັດທຸລະ ກິດເປັນເລື່ອງງ່າຍຂຶ້ນມີວາງຈຳ ໜ່າຍແລ້ວວັນນີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ