ສັນຍານເຕືອນ ຄົນທີ່ມີໄຂມັນ  ອຸດຕັນໃນເສັ້ນເລືອດ
    

                        
ຫຼາຍຄົນອາດຈະຮູ້ເຖິງອັນຕະລາຍຂອງພະຍາດໄຂມັນອຸດ ຕັນໃນເສັ້ນເລືອດ ໂດຍສະເພາະ ຄົນທີ່ຕຸ້ຍຈະມີຄວາມສ່ຽງສູງ, ແຕ່ຄົນສ່ວນຫຼາຍກໍບໍ່ຮູ້ວ່າຕົນເອງອາດກຳລັງເປັນພະຍາດໄຂມັນອຸດ ຕັນໃນເສັ້ນເລືອດ. ສະນັ້ນເຮົາຫຼີກ ລຽງໄດ້ກໍຄວນເຮັດເປັນປະຈຳ, ຄວນອອກກຳລັງກາຍຢ່າງສະໝໍ່າສະເໝີຢ່າງໜ້ອຍອາທິດລະ 3 ຄັ້ງ,ຄວນກິນອາຫານທີ່ຊ່ວຍຫຼຸດໄຂ ມັນໄດ້,ຫຼຸດການດື່ມແອວກໍຮໍ ແລະເຮັດໃຈໃຫ້ສະບາຍພຽງເທົ່ານີ້ກໍຫ່າງໄກຈາກໄຂມັນອຸດຕັນໃນເສັ້ນ ເລືອດ.
- ນໍ້າໜັກຫຼາຍຈົນເກີນໄປ.
 
- ກິນອາຫານທີ່ມີໄຂມັນບໍ່ດີ ເປັນຈຳນວນຫຼາຍເກີນໄປ ແລະບໍ່ ກິນຜັກ.
 
- ອາຍຸຫຼາຍ ແລະຜູ້ຊາຍຈະ ມີໂອກາດສູງກວ່າແມ່ຍິງ.
 
- ບໍ່ມັກອອກກຳລັງກາຍ.
 
- ຄົນໃນຄອບຄົວເຄີຍເປັນພະຍາດກ່ຽວກັບເສັ້ນເລືອດຕີບ, ເສັ້ນ ເລືອດແຕກ ຫຼື ເບົາຫວານ, ຄວາມ ດັນໄຂມັນ.
 
- ມັກສູບຢາ ແລະມັກດື່ມທາດແອວກໍຮໍ.
 
- ມີພາວະຕຶງຄຽດຈາກການ ເຮັດວຽກ ແລະເລື່ອງອື່ນໆ ບໍ່ມັກ ຍ່າງໄປມາ ຫຼື  ມັກເຮັດວຽກຢູ່ບ່ອນ ເກົ່າໃນແຕ່ລະວັນ.                          ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ