ກຳປູເຈຍ ສົ່ງອອກຢາງພາລາເພີ່ມຂຶ້ນ 24%

  ຫວ່າງບໍ່ດົນມານີ້ກົມຢາງ ພາລາກະຊວງກະສິກຳ,ປ່າໄມ້ ແລະປະມົງກຳປູເຈຍໄດ້ເປີຍເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍໄດ້ສົ່ງ ອອກຢາງພາລາໄດ້ 104.261 ໂຕນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາຊຶ່ງ ໄດ້ສ້າງລາຍຮັບໄດ້ 139 ລ້ານ ໂດລາສະຫະລັດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ: ທ່ານ ແມນໂຊຟິກ ເລຂາ ທິການໃຫຍ່ສະມາຄົມພັດທະນາຢາງພາລາທຳມະຊາດກຳປູເຈຍ ກ່າວວ່າ: ຈຳນວນການສົ່ງອອກຢາງພາລາເພີ່ມຂຶ້ນຕົ້ນຕໍແມ່ນ ຍ້ອນວ່າຜົນຜະລິດຢາງພາລາເພີ່ມ ຂຶ້ນ. ປະຈຸບັນ, ເນື້ອທີ່ປູກຢາງພາ ລາພາຍໃນປະເທດກຳປູເຈຍມີ 436.300 ເຮັກຕາ.ຍ້ອນວ່າພົບ ບັນຫາຕ່າງໆເຊັ່ນ: ແຮງງານບໍ່ ພຽງພໍ, ລາຄາໃນຕະຫຼາດສາກົນຫຼຸດລົງ ແລະອື່ນໆ,ຈຶ່ງເຮັດໃຫ້ເນື້ອ ທີ່ປູກຢາງພາລາເກືອບບໍ່ມີການ ປ່ຽນແປງໃນ 3 ປີຜ່ານມາ.

ທ່ານ ແມນ ໂຊຟິກ ກ່າວຕື່ມ ວ່າ:ຖ້າຫາກວ່າສະພາບດັ່ງກ່າວ ບໍ່ມີການປ່ຽນແປງໃນຕໍ່ໜ້າ,ກໍຈະບໍ່ມີການລົງທຶນໃໝ່ໃນຫຼາຍປີຕໍ່ໜ້າ ເນື່ອງຈາກອຸປະກອນການປຸງແຕ່ງ ພາຍໃນປະເທດບໍ່ຄົບວົງຈອນ, ຜົນຜະລິດຢາງພາລາຂອງກຳປູ ເຈຍ ສ່ວນຫຼາຍຈະສົ່ງອອກສູ່ ສສ ຫວຽດນາມ ແລະມາເລເຊຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ