ຝຣັ່ງ ຢຶດໂຄເຄນໄດ້ຫຼາຍກວ່າ 1 ໂຕນ

ຂ່າວສານຊິນຮວາລາຍ ງານວ່າ: ເຈົ້າໜ້າທີ່ຝຣັ່ງເປີດເຜີຍ ໃນທ້າຍອາທິດທີ່ຜ່ານມາວ່າ: ດ່ານພາສີຝຣັ່ງສາມາດກວດຢຶດໂຄເຄນທີ່ມີນໍ້າໜັກຫຼາຍກວ່າ 1 ໂຕນ ໄດ້ ຢູ່ທີ່ເມືອງເລີອາເວີທາງພາກເໜືອປະເທດຝຣັ່ງ ຊຶ່ງຖືວ່າເປັນຄະດີທີ່ຝຣັ່ງສາມາດກວດຢຶດໂຄເຄນໃນປະລິມານຫຼາຍກວ່າໝູ່ນັບແຕ່ຕົ້ນປີນີ້ມາ.

   ຕາມຂ່າວຕ່າງປະເທດລາຍ ງານວ່າ: ກະຊວງປະຕິບັດງານ ແລະລາຍການບັນຊີສາທາລະນະຝຣັ່ງໄດ້ແຈ້ງຂ່າວເມື່ອບໍ່ດົນມານີ້ວ່າ:ເຈົ້າໜ້າທີ່ດ່ານພາສີເມືອງເລີ ອາເວີ ໄດ້ກວດພົບໂຄເຄນທີ່ມີນໍ້າ ໜັກທັງໝົດ 1.066,5 ກິໂລກຣາມ ໃນຕູ້ບັນທຸກສິນຄ້າຕູ້ໜຶ່ງຢູ່ທ່າກໍ່າປັ່ນ,ຖ້າຄິດໄລ່ລາຄາຕາມຕະຫຼາດມືດແລ້ວມີມູນຄ່າປະມານ 74 ລ້ານ ເອີໂຣ.ຕາມແຜນການ,ຕູ້ບັນທຸກ ສິນຄ້າດັ່ງກ່າວຈະຖືກຂົນສົ່ງຈາກ ເອກວາດໍທະວີບອາເມລິກາໃຕ້ໄປຫາທ່າກໍ່າປັ່ນແອນເຕເວັບປະເທດ ແບນຊິກ.

ຢ່າງໃດກໍຕາມ ທາງດ້ານເຈົ້າໜ້າທີ່ຕຳຫຼວດໄດ້ດຳເນີນການສືບສວນສອບສວນຕໍ່ຄະດີຄ້າຂາຍຢາເສບຕິດລາຍນີ້ແລ້ວ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ