ຮອງເຈົ້າແຂວງຫຼວງນໍ້າທາ ເນັ້ນຫຼາຍບັນຫາ ຕໍ່ຜູ້ບໍລິຫານການສຶກສາ

   ກອງປະຊຸມຜູ້ບໍລິຫານ ການສຶກສາ ແລະກີລາທົ່ວແຂວງ ຫຼວງນໍ້າທາສົກຮຽນ 2018- 2019 ແລະວາງທິດທາງແຜນ ການປີ 2020 ໄຂຂຶ້ນໃນວັນທີ 15-16 ສິງຫາ 2019 ທີ່ສະໂມສອນແຂວງຫຼວງນໍ້າທາ, ພາຍໃຕ້ ການເປັນປະທານຂອງທ່ານ ບຸນ ຈັນ ຫຼວງລືໄຊ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ໃຫ້ ກຽດເຂົ້າຮ່ວມຂອງທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງ ຫຼວງນໍ້າທາ, ທ່ານ ມີທອງ ສຸວັນວິ ໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນກະຊວງສຶກສາທິການ ແລະກີລາ, ມີພະນັກງານກໍ່ສ້າງຮາກ ຖານ,ຄະນະພັດທະນາການສຶກສາຂັ້ນແຂວງ, ຮອງເຈົ້າເມືອງ 5 ເມືອງ, ຄະນະກຳມະທິການສຶສາສົງ, ຫົວໜ້າ-ຮອງຫ້ອງການ ສຶກສາທິການ ແລະກີລາເມືອງ 5 ເມືອງ, ຜູ້ອໍານວຍການ-ຮອງຜູ້ອຳ ນວຍການວິທະຍາໄລພາກລັດ ແລະ ເອກະຊົນ.

ກອງປະຊຸມໄດ້ເຫັນດີເປັນເອ ກະພາບຮັບຮອງເອົາຜົນການຈັດຕັ້ງປະຕິບັດວຽກງານການສຶກສາ ແລະກີລາສົກຮຽນ  2018-2019 ແລະແຜນ-ພັດທະນາການສຶກສາ ແລະກີລາ ສົກຮຽນ 2019-2020, ຮັບຮອງເອົາມາດຕະການຈັດຕັ້ງປະຕິບັດເພື່ອບັນລຸໄດ້ຄາດໝາຍຂອງ ແຕ່ລະຂະແໜງການຍ່ອຍເຊັ່ນ: ການສຶກສາກ່ອນໄວຮຽນໃຫ້ແຕ່ລະ ເມືອງຊຸກຍູ້ ແລະສົ່ງເສີມພໍ່ແມ່ ແລະຜູ້ປົກຄອງເດັກ, ຊຸມຊົນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານເປັນເຈົ້າການໃນການປັບປຸງ ສະພາບແວດລ້ອມ ແລະການພັດ ທະນາການຮຽນຮູ້ຂອງເດັກ ໂດຍ ສະເພາະເຂດຫ່າງໄກສອກຫຼີກ, ປະຖົມສຶກສາ; ຫ້ອງການສຶກສາທິການ ແລະກີລາເມືອງສົມທົບ ກັບອົງການປົກຄອງບ້ານ  ແລະຂັ້ນ ເມືອງເພື່ອລະດົມໃຫ້ນັກຮຽນທີ່ມີ ຄວາມສ່ຽງຈະອອກໂຮງຮຽນໃຫ້ສືບຕໍ່ເຂົ້າຮຽນຈົນຈົບການສຶກສາ ຊັ້ນປະຖົມ, ຫ້ອງການສຶກສາທິການ ແລະກີລາເມືອງຊີ້ນຳອຳນວຍການ ໂຮງຮຽນໃນການຈັດຕັ້ງປະຕິບັດນິຕິກຳຄຸ້ມຄອງໂຮງຮຽນຢ່າງເໝາະສົມເພື່ອຫຼຸດຜ່ອນການຄ້າງຫ້ອງ  ແລະປະລະການຮຽນຂອງນັກຮຽນ, ມອບໃຫ້ພະແນກສຶກສາທິ ການ ແລະກີລາແຂວງອອກແຈ້ງ ການ ຫຼື ຄຳແນະນຳໃຫ້ຄູສອນຂັ້ນ ປ.1-ປ.3 ໄດ້ເນັ້ນໃສ່ການອ່ານ, ການຂຽນພາສາລາວ ແລະການຄິດໄລ່ເລກພື້ນຖານເປັນຕົ້ນຕໍ, ມັດ ທະຍົມສຶກສາ. ພ້ອມທັງກະກຽມ, ຄັດເລືອກ  ແລະກຳນົດປະເພດກີລາ ເຂົ້າຮ່ວມງານມະຫາກຳກິລາແຫ່ງ ຊາດຄັ້ງທີ XI ແລະກີລາຄົນພິ ການທີ່ແຂວງຊຽງຂວາງ  ໃນເດືອນ ມີນາ ປີ 2020.

ສືບຕໍ່ແກ້ໄຂບັນຫາການບຸກລຸກທີ່ດິນໂຮງຮຽນ ແລະເດີ່ນກີລາພ້ອມທັງສະເໜີພາກສ່ວນກ່ຽວຂ້ອງອອກໃບຕາດິນຂອງໂຮງ ຮຽນ, ເດີ່ນກິລາໃຫ້ສຳເລັດ, ຫ້ອງ ການສຶກສາທິການ ແລະກີລາເມືອງ, ຄະນະຮັບຜິດຊອບຍ້ອງຍໍ ແລະ ປະຕິບັດວິໄນຂັ້ນເມືອງສືບຕໍ່ຕິດ ຕາມ, ກວດກາ ແລະແກ້ໄຂບັນຫາ ຄູຕິດສິ່ງເສບຕິດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ, ຫ້ອງການ ສຶກສາທິການ ແລະກີລາເມືອງ 5 ເມືອງດຳເນີນການຈັດສັນສັບຊ້ອນ ຄູຄືນໃໝ່ໃຫ້ຖືກກັບມາດຖານເງື່ອນ ໄຂທີ່ກະຊວງສຶກສາທິການ ແລະກີ ລາກຳນົດ, ໃຫ້ເຫັນໄດ້ຄູເຫຼືອບໍ່ພໍ ແລ້ວຈັດເປັນປະເພດ.

ທ່ານ ບຸນຍີ່ ແກ້ວຄູນເມືອງຮອງເຈົ້າແຂວງຫຼວງນໍ້າທາ, ຍັງໄດ້ເນັ້ນໜັກຫຼາຍບັນຫາໃຫ້ຜູ້ບໍລິຫານການສຶກສາ-ກີລາທຸກຂັ້ນຕ້ອງໄດ້ເອົາໃຈໃສ່ເປັນຕົ້ນຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຜູ້ບໍລິຫານການສຶກສາ ແລະກີລາທຸກຂັ້ນ, ຄູ-ອາຈານຕ້ອງມີ ຄວາມເສຍສະຫຼະສູງຕໍ່ໜ້າທີ່, ທີ່ໄດ້ຮັມອບໝາຍ, ເປັນແບບຢ່າງ ທີ່ດີໃຫ້ແກ່ນັກຮຽນ ແລະສັງຄົມ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ຕ້ອງຍົກສູງສະຕິລະວັງຕົວ ແລະຕ້ານຕໍ່ກົນອຸບາຍຂອງກຸ່ມຄົນທີ່ບໍ່ ຫວັງດີ ຊຶ່ງກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກ ງານສຶກສາ, ຄູສອນ, ນັກຮຽນ ແລະສັງຄົມ, ໃຫ້ຖືສຳຄັນວຽກງານ ລົງກໍ່ສ້າງຮາກຖານການສຶກສາ, ກະຕຸກຊຸກຍູ້, ຕິດຕາມກວດກາການ ປະຕິບັດໜ້າທີ່ວຽກງານຂອງພະນັກງານ, ຄູ-ອາຈານເມື່ອພົບເຫັນບັນຫາຕ້ອງພ້ອມກັນແກ້ໄຂໃຫ້ທັນ ເວລາ, ເອົາໃຈໃສ່ປະຕິບັດແຜນຍຸດທະສາດພັດທະນາວຽກງານສຶກສາ ແລະກີລາ, ສູ້ຊົນປະຕິບັດ 3 ຂໍ້ແຂ່ງ ຂັນຂອງຂະແໜງການສຶກສາ ແລະກີລາ ແລະສຶກສາຄົນຕາມ 3 ລັກ ສະນະ, 5 ຫຼັກມູນການສຶກສາໃຫ້ ເຫັນໄດ້ບຸກຄົນທີ່ດີເດັ່ນ, ມີຜົນງານ, ປະຕິບັດວິໄນຕໍ່ພະນັກງານ ແລະ ຄ-ູອາຈານທີ່ພົວພັນກັບສິ່ງເສບຕິດ ຢ່າງເດັດຂາດ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ