ທລຍ ມອບ ໂຮງຮຽນຫຼັງໃໝ່ໃຫ້ບ້ານບອຍນໍ້າ

  ເມື່ອບໍ່ດົນມານີ້ນີ້ໂຄງການ ຫຼຸກຜ່ອນຄວາມທຸກຍາກ (ທລຍ ) ໄດ້ຈັດພິທີມອບຮັບໂຮງຮຽນຫຼັງ ໃໝ່ໃຫ້ແກ່ປະຊາຊົນບ້ານບອຍນໍ້າ ກຸ່ມຕະເວີຍ ເມືອງຕຸ້ມລານ ແຂວງ ສາລະວັນ ໂດຍການເປັນປະທານຂອງທ່ານ ສົມພອນ ພອນທິບສະ ຫວັດ ຫົວໜ້າຂະແໜງແຜນການ ຕາງໃຫ້ແກ່ພະແນກກະສີກຳ ແລະ   ປ່າໄມ້ແຂວງສາລະວັນ, ຕາງໜ້າຫ້ອງວ່າການເມືອງຕຸ້ມລານ  ແລະ ຫ້ອງການສຶກສາເມືອງຕຸ້ມລານ, ພ້ອມຄະນະກຳມະການລົງທຶນຂັ້ນແຂວງ, ເມືອງ, ບໍລິສັດຜູ້ຮັບເໝົາກໍ່ສ້າງ, ອຳນາດການປົກຄອງບ້ານແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຮງຮຽນບ້ານບອຍນໍ້າກຸ່ມຕະເວີຍ ເມືອງຕຸ້ມລານ ໄດ້ເລີ່ມ ລົງມືກໍ່ສ້າງໃນວັນທີ 8  ເມສາ 2019 ແລະໄດ້ສຳເລັດໃນວັນທີ 30 ກໍລະກົດ 2019 ໂດຍແມ່ນບໍລິສັດວິສາວະກອນ PS ເປັນຜູ້ຮັບເໝົາກໍ່ສ້າງ, ໂຮງຮຽນຫຼັງນີ້ປະ ກອບມີ 3 ຫ້ອງຮຽນ, ມີຂະໜາດ 8 x 21 ເປັນອາຄານກໍ່ດ້ວຍດິນຈີ່,ມຸງດ້ວສັງກະສີ, ໂຄງຫຼັງຄາເຮັດ ໄມ້, ມີໂຕະ, ຕັ່ງ ແລະກະດານຄົບ ຊຸດ, ມີມູນຄ່າການກໍ່ສ້າງທັງໝົດ 364 ລ້ານກວ່າກີບ,ໃນນັ້ນທຶນຊຸມຊົນປະກອບສ່ວນ29ລ້ານ ກວ່າກີບ ແລະທຶນ ທລຍ 334 ລ້ານກວ່າກີບ, ບ້ານບອຍນໍ້າ ມີພົນລະເມືອງທັງໝົດ 452 ຄົນ, ຍິງ 225 ຄົນ, ມີ 64 ຫຼັງຄາເຮືອນ ແລະ85 ຄອບຄົວ, ອາຊີບສ່ວນ ໃຫຍ່ແມ່ນເຮັດນາ, ປູກຝັງ ແລະ ລ້ຽງສັດ, ມີຄອບຄົວກຸ້ມກິນຕະ ຫຼອດປີ 10  ຄອບຄົວ  ແລະກຸ້ມກິນ 6 ເດືອນມີ 15 ຄອບຄົວ, ຈາກນັ້ນທ່ານ ນາງ ສີສຸກ ສີບຸນເຮືອງ  ຕາງໜ້າໃຫ້ບໍລິສັດກໍ່ໄດ້ໃຫ້ກຽດ ຂຶ້ນມອບກະແຈ,  ພ້ອມດ້ວຍທຸງເປັນ ກຽດຮັບໂດຍທ່ານ ຄຳດ່າງ ນາຍ ບ້ານໆບອຍນໍ້າ.

ໃນໂອກາດດຽວກັນນີ້ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) ກໍ່ໄດ້ນຳເອົາເຄື່ອງອຸປະກອນການ ແພດຈຳນວນໜຶ່ງໄປມອບໃຫ້ສຸກ ສາລາບ້ານຕະເວີຍ ເມືອງຕຸ້ມລານ, ເຄື່ອງອຸປະກອນການແພດທີ່ນໍ້າໄປ ມອບໃນຄັ້ງນີ້ມີຄື: ຕູ້ໃສ່ເຄື່ອງອຸປະ ກອນການແພດ 1 ໜ່ວຍ, ເປຫາມ ຄົນເຈັບ 2 ອັນ, ລໍ້ຍູ້ຄົນເຈັບ 3 ຄັນ,ເຄື່ອງຮົມວັງໂຕລິນ 1 ເຄື່ອງ, ເຊືອກແມັດແທກທ້ອງ 2 ອັນ, ເຄື່ອງດິຈິຕອລຟັງຫົວໃຈເດັກໃນ  ທ້ອງ 1 ເຄື່ອງ, ເຫຼັກງັດລິ້ນ 15  ອັນ, ໜາກບົວດູດຂີສະເລເດັກເກີດ ໃໝ່ 20 ອັນ, ໝໍ້ອົບເຄື່ອງອະເຊ້ 1 ໜ່ວຍ, ບາຫຼອດ 4 ອັນ, ຊິງສັ່ງນໍ້າໜັກຜູ້ໃຫຍ່ 2 ອັນ, ຊິງສັ່ງນໍ້າ ໜັກເດັກນ້ອຍ 1 ອັນ, ຊຸດລາງບາດ 2 ຊຸດ, ຊຸດຊ່ວຍເກີດລູກ 2 ຊຸດ,ຜ້າກັນເປື້ອນ 3 ຊຸດ ແລະຕັງຊົງ+ ສະເຕຜູ້ໃຫຍ່ 2 ຊຸດ, ລວມເປັນ ມູນຄ່າ 29 ລ້ານກວ່າກີບ ເປັນກຽດມອບໂດຍທ່ານສຸກສະໜອນແສງອາລຸນພັດທະນາຊົນນະບົດ ແຂວງສາລະວັນ ເປັນກຽດຮັບຂອງທ່ານ ບຸນງາມ ຄຸນໂທ ຫົວໜ້າສຸກສາລາບ້ານຕະເວີຍ ເມືອງ ຕຸ້ມລານ ໂດຍຊ້ອງໜ້າອຳນາດ ການປົກຄອງບ້ານ ແລະພະນັກ ງານວິຊາການ.

------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ