ໝາກຍົມ ແລະຮາກເຕີຍ ຊ່ວຍຫຼຸດນໍ້າຕານໃນເລືອດ

  ໝາກຍົມສົດ ແລະຮາກເຕີຍສົດມີສັບພະຄຸນຫຼາຍຢ່າງຕໍ່ ສຸຂະພາບຮ່າງກາຍຂອງຄົນເຮົາ ໂດຍເພາະເອົາມາຕົ້ມດື່ມຈະຊ່ວຍຫຼຸດນໍ້າຕານໃນເລືອດ, ຫຼຸດອາການ ເຈັບຫົວ, ຕ້ານພະຍາດເບົາຫວານ ແລະບຳລຸງຕັບໄດ້ອີກດ້ວຍ ຊຶ່ງ ວັນນີ້ເຮົາຈະມາແນະນຳວິທີການ ຕົ້ມ ແລະດື່ມເພື່ອຄົນເຈັບທີ່ເປັນພະ ຍາດເບົາຫວານດັ່ງນີ້.

ວິທີເຮັດ: ນຳເອົາໃບໝາກຍົມສົດ ແລະຮາກເຕີຍສົດ ຫຼື ແຫ້ງ ມາຕົ້ມລວມກັນແລ້ວໃຊ້ນໍ້າຕົ້ມນັ້ນມາດື່ມກິນ,ຖ້າຫາກບໍ່ມີຮາກເຕີຍກໍ ໃຊ້ໃບໝາກຍົມຢ່າງດຽວເມື່ອກິນ ໃບໝາກຍົມໃນໄລຍະທຳອິດຈະກະຕຸ້ນຕັບໃຫ້ຜະລິດນໍ້າຕານຫຼາຍກວ່າ ເດີມແຕ່ຕັບບໍ່ອ່ອນເພຍ, ຕໍ່ມາເມື່ອຕັບແຂງແຮງແລ້ວຕັບຈະເຮັດວຽກ ຂອງມັນເອງໄດ້ເຕັມທີ່ບໍ່ຕ້ອງເພິ່ງອິນຊູລິນຈາກພາຍນອກ, ແລ້ວຕັບ ຈະຄວບຄຸມນໍ້າຕານດ້ວຍຕົວຂອງ ມັນເອງ ແລະໃບໝາກຍົມຈະກະຕຸ້ນ ນໍ້າຕານໃຫ້ຂຶ້ນໄປລ້ຽງສະໝອງ,ຖ້າຕົ້ມໃບໝາກຍົມກິນຄວນ ກິນໃຫ້ໝົດພາຍໃນ 1 ວັນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ