ໂຮງຮຽນວຽງສະຫວັນ ສະຫຼຸບພາກຮຽນ ແລະມອບລາງວັນນັກຮຽນດີເດັ່ນ

   ເມື່ອບໍ່ດົນມານີ້ໂຮງຮຽນ ວຽງສະຫວັນ ໄດ້ສະຫຼຸບຜົນການ ສອບເສັງຈົບ ປ5, ມ4 ແລະມ7 ແລະຜົນງານການເຄື່ອນໄຫວກິດຈະກໍາການສຶກສາ 2018-2019, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາຫົວໜ້າພະແນກ ສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ທ່ານ ຈັນແດງ ພົງສະຫວັດ ຫົວໜ້າຫ້ອງການສຶກສາ ທິການ ແລະກີລາເມືອງໄຊເສດ ຖາ, ທ່ານ ສິມມະລີ ບູລົມ ຫົວ ໜ້າຫ້ອງການສຶກສາທິການ ແລະກີລາເມືອງຫາດຊາຍຟອງ ແລະ ທ່ານ ນາງ ວຽງເພັດ ວຽງສະ ຫວັນ ປະທານໂຮງຮຽນອະນຸບານ,ປະຖົມ ແລະມັດທະຍົມສົມບູນ ວຽງສະຫວັນ,ພ້ອມດ້ວຍຮອງຫົວໜ້າຫ້ອງການ,ຂະແໜງ,  ໜ່ວຍງານ, ພະນັກງານ, ຜູ້ປົກ ຄອງນັກຮຽນ ແລະນັກຮຽນເຂົ້າ ຮ່ວມ.

ທ່ານ ນາງ ວຽງເພັດ ວຽງ ສະຫວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການ ສຶກສາສົກຮຽນ 2018-2019 ແລະທິດທາງແຜນການພັດທະນາການສຶກສົກຮຽນ 2019-2020,ໂດຍໃນສົກຮຽນ 2018-2019 ມີຜົນສໍາເລັດຫຼາຍດ້ານເປັນຕົ້ນ ແມ່ນການສອບເສັງຈົບຊັ້ນ. ໃນນີ້, ປ5 ມີນັກສອບເສັງ 166 ຄົນ,ຍິງ 73 ຄົນ ສາມາດສອບເສັງໄດ້ 100%, ມີນັກຮຽນທີ່ສອບ ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ 77 ຄົນ, ຍິງ 43 ຄົນ ເທົ່າກັບ 46,39%. ພ້ອມກັນນັ້ນ, ຍັງມີນັກຮຽນທີ່ມີຄະແນນສູງຕິດອັນດັບທີ 1, 2, 3  ຂອງເມືອງ 7 ຄົນ, ຍິງ 5 ຄົນ; ມ.4 ມີນັກສອບເສັງ 109 ຄົນ, ຍິງ 60 ຄົນ ສາມາດສອບ ເສັງໄດ້ທັງໝົດ 100%. ໃນນັ້ນ, ນັກຮຽນຍັງສາມາດສອບເສັງໄດ້ ຄະແນນ 7 ຂຶ້ນໄປທຸກວິຊາ 61 ຄົນ, ຍິງ 36 ຄົນ. ນອກຈາກນີ້, ນັກຮຽນສາມາດຍາດໄດ້ຄະແນນສອບເສັງສູງສຸດເປັນອັນດັບ 1 ຂອງນະຄອນຫຼວງວຽງຈັນ 1 ຄົນ, ຍິງ 1 ຄົນ ແລະອັນດັບ 1 ຂອງ ເມືອງຫາດຊາຍຟອງ 1 ຄົນ, 73 ຄົນ, ຍິງ 47 ຄົນ ສາມາດສອບ ເສັງໄດ້ທັງໝົດ 100% ແລະຄະແນນ 7 ຂຶ້ນໄປທັງ 4 ວິຊາສອບ ເສັງມີ 64 ຄົນ, ຍິງ 41 ຄົນ ເທົ່າ ກັບ 87,67%.

ພ້ອມກັນນີ້, ໂຮງຮຽນດັ່ງກ່າວ ຍັງໄດ້ຮັບທຶນການສຶກສາຕໍ່ປະລິນ ຍາຕີ ຈາກ 3 ພາກສ່ວນມອບໃຫ້ ນັກຮຽນທີ່ກໍາລັງຈົບ ມ7 ຈໍານວນ 12 ຄົນ, ຍິງ 7 ຄົນ. ໃນນັ້ນບໍລິ ສັດພີອາ ທີ່ປຶກສາການສຶກສາຈໍາ ກັດຜູ້ດຽວ ມອບທຶນການສຶກສາ ສາຂາວິຊາອັກສອນສາດພາສາຈີນມະຫາວິທະຍາໄລ ຢູນນານ ສປ ຈີນ 2 ທຶນ, ສູນພາສາຈີນ ອໍາມະລີ ມອບທຶນການສຶກສາ ສາຂາ ອອກແບບໂປຣແກມເມົາຕິມີເດຍ ມະຫາວິທະຍາໄລເສິນຕູ່ 1 ສປ ຈີນ 4 ທຶນ, ສະຖາບັນປັນຍາພິ ວັດມອບທຶນການສຶກສາ ສາຂາບໍລິຫານທຸລະກິດສະໄໝໃໝ່ສະຖາບັນປັນຍາພິວັດ ກຸງເທບ ປະເທດ ໄທ.

ນອກຈາກນັ້ນ, ໃນພິທີຍັງໄດ້ ມອບໃບຍ້ອງຍໍຄະນະອໍານວຍການ ດີເດັ່ນໃນການບໍລິຫານຄຸ້ມຄອງ, ມອບລາງວັນໃຫ້ແກ່ຄູສອນດີສອນ ເກັ່ງ (ສອນນັກຮຽນເກັ່ງ ແລະ ນັກຮຽນສອບເສັງຈົບຊັ້ນ), ມອບລາງວັນຄູມີຜົນງານການເຄື່ອນ ໄຫວດີເດັ່ນປະຈໍາສົກຮຽນ 2018-2019, ມອບລາງວັນຄູດີເດັ່ນປະ ຈໍາປີ, ມອບໃບຍ້ອງຍໍໃຫ້ແກ່ຊາວ ໜຸ່ມຜູ້ມີຜົນງານດີເດັ່ນປະຈໍາປີ, ຍ້ອງຍໍນັກຮຽນເສັງໄດ້ທີ 1 ໝົດ ປີ ແຕ່ ປ ກຽມ - ປ4, ມ1-ມ3 ແລະມ5-ມ6 ຈໍານວນ 22 ຄົນ, ຍ້ອງຍໍນັກຮຽນສອບເສັງຈົບ ປ5 ໄດ້ຄະແນນ 7 ຂຶ້ນໄປ ຈໍານວນ 69 ຄົນ, ຍ້ອງຍໍນັກຮຽນສອບ ເສັງຈົບ ມ4 ໄດ້ຄະແນນ 7 ຂຶ້ນ ໄປ 62 ຄົນ, ຍ້ອງຍໍນັກຮຽນສອບເສັງ ຈົບ ມ7 ໄດ້ຄະແນນ 7 ຂຶ້ນໄປ 64 ຄົນ, ຍ້ອງຍໍນັກຮຽນ ທີ່ໄປແຂ່ງຂັນກິດຈະກໍາຢູ່ຕ່າງປະ ເທດ 4 ຄົນ, ຍ້ອງຍໍນັກຮຽນເກັ່ງ ຂັ້ນນະຄອນຫຼວງ ປ5, ມ4 ແລະ ມ.7 ຈໍານວນ 8 ຄົນ, ຍ້ອງຍໍນັກ ຮຽນເກັ່ງ ປ5 ອັນດັບທີ 1, 2 ແລະ3 ຈໍານວນ 7 ຄົນ ແລະຍ້ອງ ຍໍນັກຮຽນສອບເສັງຈົບຊັ້ນ (ມ4 ແລະມ7) ໄດ້ອັນດັບທີ 1 ແລະ ໃບປະກາດແດງຈໍານວນ 20 ຄົນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ