ສຳເລັດຝຶກອົບຮົມການສ້ອມແປງບຳລຸງຮັກສາຄອມພິວເຕີ

   ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ສຳເລັດການຝຶກອົບຮົມການສ້ອມແປງບຳລຸງຮັກສາຄອມພິວເຕີ ແລະການປັບປຸງເນື້ອໃນຕຳລາສອນຄືນໃໝ່ໃນລະຫວ່າງ 10-15 ສິງຫາ ຜ່ານ ມາ ທີ່ຫ້ອງປະຊຸມສູນໄອຊີທີ ໂດຍ ການໃຫ້ທຶນຈາກມູນນິທິເກື້ອຝັນ ເດັກໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນ ດວງຕາຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ໄຊຍະບູລີ, ທ່ານ ນາງ ສຸພັດຕຣາ ມາຕະກຸນຕາງໝ້າຈາກໂຄງການມູນນິທິເກື້ອຝັນເດັກ,ມີບັນດາຄູ-ອາຈານຈາກບັນດາໂຮງຮຽນທີ່ໄດ້ ຮັບທຶນໂຄງການມູນນິທິເກື້ອຝັນ ເດັກ 35 ທ່ານ, ຍິງ 3 ທ່ານເຂົ້າ ຮ່ວມ.

ໃນພິທີທ່ານ ແສງຄຳ ພັນທະ ວົງ ຮອງຜູ້ອຳນວຍການສູນໄອຊີ ທີໄດ້ຂຶ້ນຜ່ານບົດສະຫຼຸບຜົນສຳເລັດ ການຝຶກອົບຮົມການສ້ອມແປງບຳລຸງຮັກສາຄອມພິວເຕີ ແລະການປັບປຸງເນື້ອໃນຕຳລາສອນຄືນໃໝ່ ໂດຍປະຕິບັດຕາມແຈ້ງການ ຂອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ເລກທີ 7703/ສກຂ.ຊຍ ພາຍຫຼັງທີ່ໂຄງ ການມູນນິທິເກື້ອຝັນເດັກ ແລະໄດ້ມີການຝຶກອົບຮົມຄູສອນກ່ຽວກັບ ຄອມພິວເຕີເລີ່ມແຕ່ຂັ້ນ ມ3 ຮອດ ມ7 ເຂົ້າໃນການກຽມບົດສອນ ສ້າງສື່ການສອນ ແລະເຕັກນິກ ການສອນໃຊ້ຄອມພີວເຕີ, ມີຄວາມຈຳເປັນທີ່ຈະໃຫ້ຄູສອນສາມາດ ສ້ອມແປງຄອມພິວເຕີ ໂດຍຂັ້ນພື້ນ ຖານ, ຊຶ່ງຜູ້ເຂົ້້າຮ່ວມຝຶກອົບຮົມ ແມ່ນໄດ້ຮຽນຮູ້ກ່ຽວກັບໂຄງປະ ກອບຂອງລະບົບຮາດແວ ແລະ ຊອບແວ,ການຕິດຕັ້ງລະບົບໄບ ອອດ, ການຕິດຕັ້ງວິນໂດ, ການ ນຳໃຊ້ USB ຢ່າງຖືກຫຼັກການ, ການບຳລຸງຮັກສາຄອມພິວເຕີ , ການປັບປຸງຕຳລາຮຽນ  ແລະອື່ນໆ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະກັນ.

ໂອກາດນີ້ທ່ານ ພັນ ດວງຕາໄດ້ເນັ້ນໜັກໃຫ້ຜູ້ສຳເລັດການຝຶກ ອົບຮົມໃນຄັ້ງນີ້ນຳເອົາຄວາມຮູ້ດັ່ງກ່າວໄປນຳໃຊ້ເຂົ້າໃນການສິດສອນຕົວຈິງ, ຄູສອນຕ້ອງມີໂຄງການ ສິດສອນ ແລະການແຕ່ງບົດສອນໃຫ້ຖືກຕາມຫຼັກການແນ່ໃສພັດ ທະນາການຮຽນ-ການສອນຄອມພິວເຕີສາມາດນຳໃຊ້ໄດ້ຍາວນານ,ເອົາໃຈໃສປັບປຸງຄຸນນະພາບການ ຮຽນ-ການສອນທຸກຊັ້ນຮຽນໃຫ້ ໄດ້ຕາມມາດຕະຖານຂອງກະຊວງ ສຶກສາທິການ ແລະກີລາວາງອອກ,ຕອນທ້າຍພິທີທ່ານຍັງໃຫ້ກຽດ ມອບໃບຢັ້ງຢືນໃຫ້ຜູ້ທີ່ສຳເລັດການ ຝຶກອົບຮົມການສ້ອມແປງບຳລຸງ ຮັກສາຄອມພິວເຕີ ແລະການປັບ ປຸງເນື້ອໃນຕຳລາສອນຄືນໃໝ່ຕື່ມ ອີກ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ