ເລືອກໄດ້ແລ້ວນັກກີລາອີສະປອດທິມຊາດລາວ

   ສະຫະພັນກີລາອີສະປອດ ແຫ່ງຊາດລາວໄດ້ຈັດແຂ່ງຂັນຄັດ ເລືອກນັກກີລາອີສະປອດທິມຊາດ ລາວເພື່ອເຂົ້າຮ່ວມມະຫະກຳກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນກິດຈະກຳດັ່ງກ່າວໄດ້ຈັດຂຶ້ນ ວັນທີ 17-19 ທີ່ສູນການຄ້າວຽງ ຈັນເຊັນເຕີນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມພູ ຜົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ວິລາວັນ ເທບພິທັກ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະກີລາ, ທ່ານ ໂຈນາ ທານ ສິລິສັກດາ ປະທານສະຫະພັນກີລາອີສະປອດແຫ່ງຊາດລາວບັນດາທ່ານທີ່ຕາງໜ້າຈາກກະຊວງສຶກສາ ແລະນັກກີລາເຂົ້າຮ່ວມ.

ກີລາອີສະປອດເປັນກີລາລະບົບອອນລາຍທີ່ມີການເຄື່ອນໄຫວ ທາງແອັບປະເພດຕໍ່ສູ້ຍຸດທະສາດໃນໂທລະສັບມືຖື ແລະຄອມພິວເຕີດ້ວຍໃຊ້ທັກສະຄວາມໄວເປັນຫຼັກ ສຳລັບລາຍການແຂ່ງ ຂັນຄັດເລືອກ ນັກກີລາຄັ້ງນີ້ແມ່ນມີ 4 ປະເພດ ຄື: ປະເພດເກມຕໍ່ສູ້ໂດຍການເຄື່ອນ ໄຫວ ແລະໃຊ້ຝຶກຝົນຄວາມໄວ ເປັນຫຼັກແບບດຽວລາຍການ Tekken7 ແລະປະເພດຕໍ່ສູ້ວາງແຜນຍຸດທະສາດໃຊ້ອຸປະກອນໂທລະ ສັບມື, ຄອມພິວເຕີມີ 3 ລາຍການ ຄື:MobieLegends, AOV  ແລະ DATA 2 ຊຶ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດມີ 112 ທິມ ຜ່ານ ການຄັດເລືອກນັກກີລາທົ່ວປະເທດ ໃນລະບົບອອນລາຍທິມທີ່ຊະນະເລີດ ແລະເປັນທິມຊາດຊຸດທຳ ອິດແມ່ນ 4 ທິມຄື: Mr Robot ຊະນະປະເພດ Tekken7 ສ່ວນປະເພດຕໍ່ສູ້ປະເພດ 5 ຄົນແມ່ນທິມ ຮ໋ອບບີ ຄອມພິວເຕີ ຊະນະລາຍ AOV, ທິມ Udie KH ຊະນະ ລາຍການ Mobie Legends ແລະທິມ Aggessive slayer ຊະນະລາຍການ DATA 2.

ຈຸດປະສົງເປັນການສ້າງຂະບວນການເຍົາວະຊົນໜຸ່ມນ້ອຍໃຫ້ເປັນນັກກີລາອີສະປອດທີ່ມີຄຸນນະພາບ ແລະຊຸກຍູ້ວົງການກີລາລາວ ໃຫ້ມີປະສົບການໃນລະດັບປະເທດ ໃຫ້ກ້າວຂຶ້ນສູ່ຂົງເຂດລະດັບສາກົນສຳລັບນັກກີລາທີ່ໄດ້ຊະນະເລີດ ໃນເກມຄັ້ງນີ້ແມ່ນໄດ້ເກັບໂຕພ້ອມຝຶກຊ້ອມເພື່ອຈະໄປແຂ່ງຂັນມະຫະກຳກີລາຊີເກມຄັ້ງທີ 30 ທີ່ປະເທດ ຟິລິບປິນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ