4 ສາເຫດ ທີ່ພາໃຫ້ນໍ້າໜັກເພີ່ມຂຶ້ນ

   ມັນມີຫຼາຍສາເຫດທີ່ເຮັດໃຫ້ນໍ້າໜັກຂຶ້ນຫຼາຍຄົນອາດຈະບໍ່ຮູ້ວ່າບາງພຶດຕິກຳໃນຕອນເຊົ້າກໍ່ສາມາດເຮັດໃຫ້ນໍ້າໜັກຂຶ້ນໄດ້ເຊັ່ນດຽວກັນຊຶ່ງໃນຄໍລໍ້າສາລະໜ້າຮູ້ມື້ນີ້ພວກເຮົາມີ 4 ສາເຫດທີ່ເຮັດໃຫ້ ທ່ານນໍ້າໜັກເພີ່ມຂຶ້ນມາຝາກ ຊຶ່ງຈະມີແນວໃດແນ່ ນັ້ນເຮົາມາອ່ານໄປພ້ອມກັນເລີຍ.

  • ນອນເກີນເວລາຈະສັງເກດໄດ້ວ່າຄົນທີ່ນອນ 10 ຊົ່ວໂມງຂຶ້ນໄປແມ່ນຈະຕຸ້ຍງ່າຍກວ່າຄົນນອນຕາມເວລາປົກກຕິຄືມື້ໜຶ່ງບໍ່ກາຍ 7-9 ຊົ່ວໂມງ.
  • ນອນຕື່ນສວາຍບໍ່ໄດ້ສຳພັດແສງແດດຍາມເຊົ້າຢ່າງໜ້ອຍຄົນເຮົາຕ້ອງໄດ້ສຳພັດແສງແດດຍາມເຊົ້າ 20-30 ນາທີກໍຍັງດີ.
  • ຄົນທີ່ບໍ່ມັກອອກກຳລັງກາຍໃນຕອນເຊົ້າ.
  • ຄົນທີ່ບໍ່ກິນອາຫານເຊົ້າແຕ່ໄປເນັ້ນກິນອາຫານສວາຍ ແລະອາຫານຄໍ່າໃນປະລິມານຫຼາຍ.
  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ