ວິທະຍາໄລເຕັກນິກ ປາກປ່າສັກ ຈະຮັບນັກສຶກສາ 3 ພັນກວ່າຄົນ

   ວິທະຍາໄລເຕັກນິກປາກ ປ່າສັກໜຶ່ງວິທະຍາໄລທີ່ມີຊື່ສຽງ ຂອງລາວສາຍອາຊີວະທີ່ສ້າງບຸກ ຄະລະກອນອອກຮັບໃຊ້ຊາດຊຶ່ງສົກຮຽນໃໝ່ນີ້ວິທະຍາໄລມີຕົວ ເລກຮັກນັກສຶກສາໃໝ່ຈຳນວນ 3.821 ຄົນ, ໂດຍມີການສອບເສັງ ແລະສໍາພາດຄັດເລືອກ ມີທັງນັກ ຮຽນຈົບມັດທະຍົມ ຕອນຕົ້ນ (ມ4) ແລມັດທະຍົມຕອນປາຍ (ມ7). ຂະນະທີ່ນັກຮຽນສອບເສັງທັງໝົດ ຈໍານວນ 4.738 ຄົນ ແລະແບ່ງ ອອກເປັນ 3 ສູນສອບເສັງ.

ທ່ານ ສາຍຄໍາ ພັນທະວົງ ຜູ້ ອໍານວຍການວິທະຍາໄລເຕັກນິກ ປາກປ່າສັກໄດ້ໃຫ້ສຳພາດວ່າ: ສົກຮຽນ 2019-2020 ທາງວິ ທະຍາໄລຈະຮັບນັກສຶກສາເຂົ້າ ຮຽນໃນແຕ່ລະສາຂາວິຊາຈໍານວນ 3.821 ຄົນ, ໂດຍມີການສໍາພາດ ແລະການສອບເສັງຄັດເລືອກປະກອບມີ 6 ພາກວິຊາຄື: ເຕັກໂນໂລຊີກົນຈັກ,ກໍ່ສ້າງເຄຫາສະຖານ,ໂຮງແຮມ-ການທ່ຽວທ່ຽວ, ໄຟຟ້າ-ເອເລັກໂຕຣນິກ, ຄຸ້ມຄອງຫ້ອງ ການ ແລະບໍລິຫານທຸລະກິດລວມມີ 20 ສາຂາວິຊາ.ໃນນັ້ນ, ສໍາພາດ ຄັດເລືອກປະກອບມີນັກຮຽນຈົບ ມ.4 ລະບົບ 9+3 ຈໍານວນ 225 ຄົນ, ນັກຮຽນຈົບ ມ.7 ລະບົບ 12+2 ມີ 382 ຄົນ. ສ່ວນສອບ ເສັງປະກອບມີວິຊາຊີບຊັ້ນກາງ ລະບົບ 12+2 ສອບເສັງທັງໝົດ 1.263  ຄົນ,  ໃນນັ້ນມີຮຽນຟຣີ  97 ຄົນ, ຈ່າຍຄ່າຮຽນ 1.166 ຄົນ, ວິຊາຊີບຊັ້ນສູງລະບົ12+3 ສອບເສັງທັງໝົດ 930 ຄົນ, ຊຶ່ງຮຽນຟຣີມີ  100  ຄົນ,ຈ່າຍຄ່າຮຽນ ມີ 830 ຄົນ ແລະວິຊາຊີບຊັ້ນ ສູງຕໍ່ເນື່ອງລະບົບ  12+2+1 ສອບເສັງທັງໝົດ 1.021 ຄົນ, ສໍາລັບ ສົກນີ້ມີນັກຮຽນສອບເສັງທັງໝົດ 4.738 ຄົນ, ຊຶ່ງສົກຮຽນຜ່ານມາ ມີ 6.379 ຄົນ ຖືວ່າຫຼຸດລືນກັນ 1.641 ຄົນ. ນອກຈາກນັ້ນ, ເງື່ອນໄຂທີ່ໄດ້ຮັບເບ້ຍລ້ຽງມີ 607 ຄົນເທົ່າກັບ 15,9%, ບໍ່ໄດ້ຈ່າຍຄ່າ ຮຽນ ມີ 804 ຄົນ, ເທົ່າກັບ 21,0% ແລະຈ່າຍຄ່າຮຽນມີ 3.017 ຄົນ ເທົ່າກັບ 79,0%.

 ສ່ວນທ່າແຮງລາຍວິຊາທີ່ສຶກສາສົນໃຈສອບເສັງເຂົ້າຮຽນຫຼາຍ ກວ່າໝູ່ຄື: ຄອມພິວເຕີທຸລະກິດມີ 1.130 ຄົນ,ແຜນແບ່ງປັນຈໍາ ນວນ 240 ທຶນ, ການບັນຊີ ມີ840 ຄົນ, ແຜນແບ່ງປັນມີ 600 ທຶນ,ບໍລິຫານໂຮງແຮມ-ທ່ອງທ່ຽວ ມີ 659 ຄົນ, ແຜນແບ່ງປັນ 192 ທຶນ, ໄຟຟ້າເຕັກນິກ ມີ 56ຄົນ,ແຜນແບ່ງປັນ 250 ທຶນ, ການຕະ ຫຼາດ ມີ 554 ຄົນ, ແຜນແບ່ງປັນ ມີ 150 ຄົນ, ຊ່າງສ້ອມແປງລົດ ຍົນມີ 507 ຄົນ, ແຜນແບ່ງປັນ ມີ 168 ຄົນ,ການຄ້າສາກົນ ມີ 152 ຄົນ, ແຜນແບ່ງປັນມີ 96 ຄົນ, ຄຸ້ມຄອງຫ້ອງການ ມີ 124 ຄົນ, ແຜນແບ່ງປັນ ມີ 160 ຄົນ, ເອເລັກໂຕຣນິກ ມີ 79 ຄົນແຜນ ແບ່ງປັນ ມີ 35 ຄົນ, ເລຂານຸການ ມີ 65 ຄົນ, ແຜນແບ່ງປັນ ມີ 140 ຄົນ ແລະLOGISTICS ມີ 59 ຄົນ, ແຜນແບ່ງປັນ ມີ 96 ຄົນ.

ສໍາລັບການສອບເສັງໄດ້ແບ່ງ ອອກເປັນ 3 ສູນ ຄື: ສູນສອບ ເສັງວິທະຍາໄລເຕັກນິກປາກປ່າສັກ ມີນັກຮຽນສອບເສັງ ຈໍານວນ 1.820 ຄົນ, ມີ 37 ຫ້ອງສອບ ເສັງ, ສູນສອບເສັງໂຮງຮຽນມ ປາຍ ມິດຕະພາບນະຄອນຫຼວງ ວຽງຈັນ-ນະຄອນໂຮ່ຈີມິນ (ມ ປາຍສີໂຄດ) ມີນັກຮຽນສອບເສັງ ຈໍານວນ 1.728 ຄົນ, ມີ 40 ຫ້ອງສອບເສັງ ແລະສູນສອບເສັງ ໂຮງຮຽນ ມສ ວຽງຈັນ 1.191 ຄົນ, ມີ 30 ຫ້ອງສອບເສັງ.

-------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ