ໄຊເສດຖາ ເອັບຊີ ແລະວັງວຽງອາຄາເດມີ ສ້າງຂະບວນເຕະບານມິດຕະພາບ

  ວັນທີ 17-18 ສິງຫາ ຜ່ານມານີ້ ສະໂມສອນໄຊເສດຖາ FC ແລະສະໂມສອນ Vangvieng Academy ໄດ້ສ້າງຂະບວນການເຕະບານເພື່ມິດຕະພາບທີ່ເດີ່ນບານອາພົງ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງນຳພາ ໂດຍທ່ານ ໄຊເສດຖາ ຄຳວຽງ ງາມຄູຝຶກກີລາບານເຕະສະໂມ ສອນໄຊເສດຖາ FC, ທ່ານ ເທບ ພະໄທ ປະເສີດ ຄູຝຶກກີລາບານ ເຕະສະໂມສອນ VangviengAcademy ພ້ອມດ້ວຍບັນດາ ຜູ້ປົກຄອງນັກກີລາ ແລະຜູ້ສະໜັບສະໜູນເຂົ້າຮ່ວມ.

  ທ່ານ  ໄຊເສດຖາ ຄຳວຽງງາມໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ເປັນ ການແຂ່ງຂັນກີລາບານເຕະເຍົາວະ ຊົນຮຸ່ນອາຍຸ 10-16 ປີ ເພື່ອສ້າງ ຂະບວນກມິດຕະພາບໃຫ້ຄວາມຟົດຟື້ນ ແລະເປັນການພັດທະນາທັກສະຄວາມຮູ້ແລກປ່ຽນໃຫ້ແກ່ນ້ອງໆລະຫວ່າງ 2 ສະໂມສອນ ກໍຄືທິມໄຊເສດຖາ FC ແລະທິມ Vangvieng Acad emy ຈຸດປະສົງເພື່ອສົ່ງເສີມສ້າງໃຫ້ວົງການກີລາບານເຕະເຍົາວະຊົນລາວເຮົາພັດທະນາເຕັກນິກໃຫ້ກ້າວເຂົ້າສູ່ເປັນລະດັບທິມຊາດຜ່ານມາເສະໂມສອນເຮົາກໍເຄີຍໄປແຂ່ງຂັນຫຼາຍແຫ່ງທັງພາຍໃນ ແລະຕ່າງປະເທດຊຶ່ງຫຼ້າສຸດແມ່ນໄດ້ໄປແຂ່ງຂັນບານເຕະມິດຕະພາບທີ່ປະເທດໄທໂດຍຄັດເລືອກເອົານັກີລາຮຸຸ່ນ ອາຍຸ 8-15 ປີ ເຂົ້າ ຮ່ວມແຂ່ງຂັນ ໃນນັ້ນທິມສະໂມສອນໄຊເສດຖາ  FC ຂອງເຮົາຮຸ່ນອາຍຸ 15 ປີ ແມ່ນໄດ້ຄວ້າຍລາງວັນຊະນະເລີດອັນດັບໜຶ່ງ.

 ສຳລັບການສ້າງຂະບວນການຄັ້ງນີ້ນອກຈາກແຂ່ງຂັນກີລາແລ້ວພວກເຮົາໄດ້ສ້າງກິດຈະກຳທັດສະນະສຶກສາໃຫ້ແກ່ນ້ອງເຍົາວະຊົນກໍຄືໄດ້ໄປທ່ອງທ່ຽວຖໍ້າຈາງ,ຖໍ້າ ນາງຟ້າ ແລະຖໍ້າລົມທັງໝົດນີ້ເປັນໂຄງການສ້າງຄຸນນະພາບຄວາມເຂັ້ມແຂງໃຫ້ແກ່ນັກກີລາໃນສະໂມສອນເຮົາໃຫ້ໄດ້ປະສົບການ ແຂ່ງຂັນທີ່ໄດ້ຜົນຕອບຮັບທັກສະການຫຼິ້ນບານພັດທະນາໃຫ້ກ້າວໆ ຂຶ້ນ.

--------------

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ