ກິນເຂົ້າກໍ່າ ຊ່ວຍບໍາລຸງເລືອດ ແລະບຳລຸງທາດຕ່າງໆໃນຮ່າງກາຍ

   ເຂົ້າກໍ່າ ມີສານອາຫານຫຼາຍຊະນິດທັງວິຕາມິນ ແລະແຮ່ທາດທີ່ຊ່ວຍບຳລຸງເລືອດ ແລະບໍາລຸງທາດຕ່າງໆໃນຮ່າງກາຍ,ເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ,ຮ່າງກາຍເຮົາຈຶ່ງສ້າງພູມຕ້ານທານຕ່າງໆຕໍ່ພະຍາດ ຫຼື ບໍາບັດອາການຂອງພະຍາດຊໍ້າເຮື້ອຕ່າງໆດ້ວຍຕົວເອງ ໂດຍສະເພາະພະຍາດທີ່ກ່ຽວກັບຄວາມຈຳເສື່ອມ, ຕ້ານມະເຮັງ, ອຳມະພາດ, ຄວາມດັນເລືອດ, ຄໍເລດເຕີລໍ, ເສັ້ນເລືອດຕີບ, ໄມເກຣນ, ຫຼຸດຄວາມຄຽດ,ຊ່ວຍໃຫ້ ນອນຫຼັບດີແກ້ບັນຫາໄວທອງ ແລະປວດປະຈຳເດືອນ.

ນອກນັ້ນເຂົ້າກໍ່າຍັງມີສານ ແອນໂທໄຊຍານິນ ຊຶ່ງມີການວິໄຈ ພົບວ່າສາມາດຫຼຸດການເກີດຫຼອດເລືອດຫົວໃຈໄດ້ໃນການເກີດພະ ຍາດຫົວໃຈຂາດເລືອດໄດ້ໃນຜູ້ຍິງ ໄວອາຍຸກາງຄົນລະຫວ່າງອາຍຸ 25-42 ປີໄດ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ