ພື້ນຖານໂຄງລ່າງເມືອງປະທຸມພອນ ໄດ້ຮັບການພັດທະນາຕໍ່ເນື່ອງ

 ໃນໄລຍະຜ່ານມາເມືອງປະທຸມພອນໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງໂດຍສະເພາະໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງເປັນຕົ້ນການສ້ອມແປງເສັ້ນທາງຫຼວງ, ສ້າງເສັ້ນທາງເຂົ້າຫາບ້ານພາຍໃນເມືອງປະຈຸບັນໄດ້ສຳເລັດຫຼາຍໂຄງການ ແລະພວມຈັດຕັ້ງປະຕິບັດຈຳນວນໜຶ່ງ.

  ທ່ານ ກິ່ງແກ້ວ ນະວະພົນ ຫົວ ໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປະທຸມພອນ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໄລຍະ 4 ປີ ກວ່າຜ່ານມາຫ້ອງການໂຍທາທິ ການ ແລະຂົນສົ່ງເມືອງປະທຸມ ພອນ ໄດ້ສຸມໃສ່ 3 ແຜນງານ 22 ໂຄງການ ມູນຄ່າທັງໝົດ 88 ຕື້ກີບ      ທີ່ນອນຢູ່ໃນ 15 ແຜນງານ, 145 ໂຄງການຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີVII ຂອງເມືອງປະທຸມພອນວາງອອກໃນນັ້ນໄດ້ສຸມໃສ່ກໍ່ສ້າງສ້ອມແປງເສັ້ນທາງຫຼວງແຫ່ງຊາດຈຳນວນ 2 ເສັ້ນທາງຄື: ເສັ້ນ ທາງເລກທີ 13 ໃຕ້ ໃນແຕ່ລະປີ ແມ່ນໄດ້ມີການສ້ອມແປງເປັນ ປົກກະຕິ ໂດຍນຳໃຊ້ງົບປະມານຈາກກອງທຶນທາງ(ກະຊວງໂຍທາທິການ ແລະຂົນສົ່ງ); ເສັ້ນ ທາງເລກທີ 18A ກໍ່ໄດ້ມີການສ້ອມແປງມາແຕ່ລະໄລຍະມາຮອດປີ 2019 ຍທຂ ເມືອງ ໄດ້ຮັບງົບປະມານສ້ອມແປງເສັ້ນທາງ ແລະ ຂົວມູນຄ່າທັງໝົດ 10,4 ຕື້ກີບ ຊຶ່ງປະຈຸບັນສາມາດຈັດຕັ້ງປະຕິບັດການກໍ່ສ້າງ ແລະສ້ອມແປງ ເສັ້ນທາງສຳເລັດແລ້ວ 60% ແລະຂົວ 20%.

  ສ່ວນເສັ້ນທາງຫຼວງທ້ອງຖິ່ນແມ່ນມີການກໍ່ສ້າງເສັ້ນທາງປູດິນແດງ 10 ໂຄງການລວມມູນຄ່າການສ້ອມແປງທັງໝົດ89,6 ຕື້ກີບ ໃນນັ້ນທຶນຂອງໂຄງການ BCC ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງ ເສັ້ນທາງເຂົ້າບ້ານ 8 ບ້ານຄື: ບ້ານຕະຫວາງ, ຕະອອງ, ສະໝິງ, ກາລະ, ແກແລ, ຫ້ວຍຕ້ອນ, ນາ ບອນ ແລະສົມສຸກ, ຄວາມຍາວທັງ ໝົດ 16 ກິໂລແມັດ ມູນຄ່າ 2,8 ຕື້ກີບ, ທຶນຂອງລັດມີ 2 ເສັ້ນທາງຄວາມຍາວທັງໝົດ 49 ກິໂລແມັດ ມີເສັ້ນທາງແຕ່ຊາຍແດນເມືອງປາກຊ່ອງຫາບ້ານໜອງເອກ, ບ້ານນ້ຳອ້ອມ ແລະທາງ 13 ໃຕ້ ໄດ້ເລີ່ມກໍ່ສ້າງໄປແລ້ວ 31%; ເສັ້ນທາງແຕ່ບ້ານນໍ້າອ້ອມ ຫາ ບ້ານສະໂນດທາງເລກ 18A ແລະເສັ້ນທາງເລກ 13 ໃຕ້ກໍ່ສ້າງໄປແລ້ວ 58,9%.

  ສໍາເລັດກໍ່ສ້າງເສັ້ນທາງປູຢາງທ້ອງຖິ່ນມີ 5 ໂຄງການລວມມູນຄ່າທັງໝົດ 39,2 ຕື້ກີບ ໃນນັ້ນປະຊາຊົນ, ນັກທຸລະກິດສົມທົບທຶນກໍ່ສ້າງມີ 2 ເສັ້ນທາງຄື: ແຕ່ ໜ້າທາງ 13 ໃຕ້ ເຂົ້າໄປຫາບ້ານບັງລຽງ ແລະແຕ່ໜ້າທາງ 13 ໃຕ້ ເຂົ້າໄປຫາສວນນ້ຳທິດາເພັດ, ລວມຄວາມຍາວທັງໝົດ 2 ກິໂລ ແມັດ, ມູນຄ່າການກໍ່ສ້າງ 415 ລ້ານກີບ;ສ່ວນທຶນຂອງລັດມີ 3 ເສັ້ນທາງມີຄວາມຍາວທັງໝົດ 13,5 ກິໂລແມັດຄື: ທາງເຂົ້າບ້ານໂຕະໂໝະທ່າ,ບ້ານບຸ່ນ,ບ້ານໜອງບົວໃຫຍ່ ແລະ ໃນຕົ້ນປີ 2019 ໄດ້ມີການກໍ່ສ້າງເສັ້ນທາງໃນເທ ສະບານເມືອງປະທຸມພອນ ສໍາ ເລັດແລ້ວ 56%, ນອກນັ້ນຍັງໄດ້ກໍ່ສ້າງເສັ້ນທາງເບຕົງເຂົ້າເຂດເສດຖະກິດພິເສດ (ຫຼັກ 19) ຄວາມຍາວທັງໝົດ 1,7 ກິໂລແມັດ, ມູນຄ່າການກໍ່ສ້າງ 3,4 ຕື້ກີບ ໂດຍເປັນທຶນຂອງບໍລິສັດທັງໝົດ; ປະຊາຊົນໄດ້ສົມທົບທຶນກໍ່ສ້າງຂົວ ໄມ້ ບ້ານເລົ່າຫຍ້າຫາສົມສຸກ ແລະຂົວເບຕົງໃນບ້ານບຸ່ນໃໝ່, ມູນຄ່າທັງໝົດ 280 ລ້ານກີບ, ສຳລັບການສ້ອມແປງເສັ້ນທາງປູຢາງມີ 1 ເສັ້ນ ຄວາມຍາວທັງໝົດ 4,5 ກິໂລແມັດຄື: ທາງເຂົ້າບ້ານມ່ວງ ມູນຄ່າການກໍ່ສ້າງ 774,5 ລ້ານກີບ; ການສ້ອມແປງ ເສັ້ນທາງປູດິນແດງມີ 26 ເສັ້ນ ຄວາມຍາວທັງໝົດ 146,8 ກິໂລ ແມັດ ໃນຈຳນວນ 26 ບ້ານ ລວມມູນຄ່າການສ້ອມແປງ 6,4 ຕື້ກີບ ໃນນັ້ນທຶນຂອງປະຊາຊົນ, ບໍລິສັດ ແລະໂຄງການ 1,7 ຕື້ກີບ.  

 ທ່ານ ກິ່ງແກ້ວ ນະວະພົນ ໃຫ້ຮູ້ຕື່ມອີກວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 6 ເດືອນທ້າຍປີ 2019 ໃຫ້ສຳເລັດ ຍທຂ ເມືອງ ພວກເຮົາ ຍັງຈະສືບຕໍ່ບູລະນະເສັ້ນທາງຫຼວງ ແຫ່ງຊາດເລກທີ 13 ໃຕ້, ກໍ່ສ້າງ ເສັ້ນທາງເທສະບານເມືອງ, ສ້ອມ ແປງເສັ້ນທາງ ແລະກໍ່ສ້າງຂົວ 4 ແຫ່ງຕາມທາງເລກທີ 18A ແລະສືບຕໍ່ສ້ອມແປງເສັ້ນທາງເຂົ້າ ບ້ານນາລານຫາບ້ານນາກອກ, ບ້ານໜອງແຂ້ ຫາບ້ານປະທຸມ ພອນໃຫ້ສຳເລັດ ໂດຍໃຊ້ຮ່ວງ ເງິນກອງທຶນທາງ 110 ລ້ານກີບ ຊຶ່ງປະຈຸບັນນີ້ກຳລັງກຽມເຊັນສັນ ຍາ ພ້ອມນັ້ນຍັງຈະສືບຕໍ່ຜັນຂະຫຍາຍນິຕິກຳຂອງຂັ້ນເທິງ ແລະ ແຕ່ງຕັ້ງພະນັກງານວິຊາການລົງ ປະສານສົມທົບກັບຮາກຖານກຸ່ມ ບ້ານໃນການກວດກາຕິດຕາມ ກ່ຽວກັບການປົກປັກຮັກສາ, ເຝົ້າ ລະວັງເສັ້ນທາງ, ຂົວໃນຊ່ວງລະ ດູຝົນນີ້, ຕັ້ງຄະນະກຳມະການກວດກາຄວາມປອດໄພຕາມທາງຫຼວງຢູ່ຂັ້ນເມືອງຂຶ້ນເພື່ອປູກຈິດສຳນຶກໃຫ້ແກ່ສັງຄົມພ້ອມລົງປັບປຸງຜັງບ້ານວຽກງານ ຍທຂ ບ້ານລົງມືສຳຫຼວດ ແລະອອກແບບນໍ້າປະປາເທສະບານເມືອງໃຫ້ສຳເລັດໃນທ້າຍປີ 2019.

------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ