ເມືອງອາດສະພອນເປີດນຳໃຊ້ໂຮງໝໍນ້ອຍ

   ພິທີເປີດນຳໃຊ້ໂຮງໝໍນ້ອຍ ນາປອດ ແລະໂຮງໝໍນ້ອຍກຸດຫີນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2019 ໂດຍການເຂົ້າ ຮ່ວມຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ, ທ່ານ ບຸນປອນ ໃສຈັນດີ ຫົວໜ້າຫ້ອງການສາທາລະນະສຸກເມືອງມີບັນດາທ່ານຫົວໜ້າຫ້ອງ ການອ້ອມຂ້າງເມືອງພ້ອມດ້ວຍອຳນາດການປົກຄອງຈຸດສຸມ-ກຸ່ມບ້ານເຂົ້າຮ່ວມ.

 ທ່ານ ລັດສະຍາ ທຳມະວົງ ອຳນວຍການໂຮງໝໍນ້ອຍນາປອດໄດ້ຜ່ານບົດລາຍງານການສ້າງຕັ້ງ ແລະການເຄື່ອນໄຫວຂອງໂຮງໝໍ ນ້ອຍນາປອດຊຶ່ງໂຮງໝໍແຫ່ງນີ້ຕັ້ງຢູ່ຫ່າງຈາກເທສະບານເມືອງ ອາດສະພອນ ໄປທາງທິດເໜືອ ປະມານ 15 ກິໂລແມັດ, ໄດ້ເລີ່ມ ສ້າງຕັ້ງຂຶ້ນໃນວັນທີ 3 ພຶດສະພາ 2018 ສ້າງສຳເລັດໃນວັນທີ 20 ພຶດສະພາ 2018 ແລະໄດ້ເປີດ ໃຫ້ບໍລິການໃນວັນທີ 17 ກັນຍາ 2018, ມີມູນຄ່າໃນການກໍ່ສ້າງທັງ ໝົດ 418 ລ້ານກວ່າກີບ, ໂດຍໄດ້ຮັບທຶນຈາກໂຄງການ ທລຍ ຈຳນວນ 399 ລ້ານກວ່າກີບ, ສົມ ທົບກັບທຶນຂອງປະຊາຊົນໃນຈຳນວນ 7 ບ້ານຈຳນວນ 19 ລ້ານ ກວ່າກີບ, ກໍ່ສ້າງເປັນອາຄານດິນໜຶ່ງຫຼັງ, ມຸງດ້ວຍສັງກະສີ, ມີຫ້ອງ ກວດພະຍາດ 1 ຫ້ອງ, ຫ້ອງຈ່າຍ ຢາ 1 ຫ້ອງ, ຫ້ອງປະສູດ 1 ຫ້ອງ, ຫ້ອງວິເຄາະ 1 ຫ້ອງ, ຫ້ອງນອນຄົນເຈັບ 1 ຫ້ອງ ມີ 3 ຕຽງນອນ, ຫ້ອງແພດຍາມ 1 ຫ້ອງ  ແລະຫ້ອງ ນໍ້າ 2 ຫ້ອງ, ໂຮງໝໍນ້ອຍນາປອດ ໃຫ້ບໍລິການກວມ 5 ບ້ານຄື: ບ້ານ ນາປອດ, ບ້ານໄຊໂພນສິມ, ບ້ານ ຕົ້ນໂພສີ, ບ້ານນາປາຄາ ແລະບ້ານ ນາຍອນ.

  ສ່ວນໂຮງໝໍນ້ອຍກຸດຫີນໃຫ້ບໍລິການກວມ 4 ບ້ານຄື: ບ້ານ ກຸດຫີນ, ບ້ານກຸດນໍ້າແລ້ງ, ບ້ານບຶງຜະເນາະ ແລະບ້ານນາມົນ.

---------------

ຂຽນໂດຍເມືອງອາດສະພອນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ