ສະຫວັນນະເຂດ ປະຊຸມຜູ້ບໍລິຫານການສຶກສາ

   ພະແນກສຶກສາທິການ ແລະກີລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາປະຈຳສົກຮຽນ 2018-2019 ຂຶ້ນໃນວັນທີ 20 ສິງຫາ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍ ການໃຫ້ກຽດເປັນປະທານຂອງ ທ່ານ ນາງ ຫຼິງທອງແສງຕາວັນຫົວໜ້າພະແນກສຶກສາທິການແລະກີລາແຂວງ, ທ່ານ ມີທອງ ສຸວັນວິ ໄຊ ຫົວໜ້າກົມການສຶກສາກ່ອນ ໄວຮຽນ,ມີຄະນະພະແນກສຶກສາທິການ-ກີລາແຂວງ,ຜູ້ບໍລິຫານການສຶກສາທັງພາກລັດ-ເອກະຊົນ ພາຍໃນແຂວງຕະຫຼອດເຖິງພະແນກການກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂະແໜງການສຶກສາຂອງພວກເຮົາຍັງໄດ້ກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດເວົ້າສະເພາະແມ່ນກໍ່ສ້າງນັກຮຽນໃນສາຍສາມັນສຶກສາ,ການບຳລຸງຍົກລະດັບການສຶກສາຈົບຊັ້ນ ມ ຕົ້ນ ໃຫ້ແກ່ ປະຊາຊົນ,ການບຳລຸງຈົບມປາຍໃຫ້ແກ່ພະນັກງານ,ຊາວໜຸ່ມທີ່ບໍ່ຈົບ ມ ປາຍ ໃຫ້ສາມາດໄປຮຽນຕໍ່ ໃນສາຍອາຊີວະສຶກສາ ແລະການສຶກສາຊັ້ນສູງ,ທົ່ວແຂວງມີໂຮງ ຮຽນອະນຸບານ ແລະຫ້ອງກຽມປະຖົມ 544 ແຫ່ງ, ເພີ່ມຂຶ້ນ 18 ແຫ່ງ, ມີໂຮງຮຽນປະຖົມ 1.237 ແຫ່ງ, ເພີ່ມຂຶ້ນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ ແລະຕອນປາຍ 234 ແຫ່ງ, ໃນປີ 2019 ຈຳນວນເມືອງທີ່ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຂັ້ນເມືອງໄດ້ເພີ່ມ ຂຶ້ນຈາກ 11 ເມືອງ ເປັນ 13 ເມືອງ ແລະຈະສືບຕໍ່ໃຫ້ບັນລຸຄາດໝາຍ ໃນປີ 2020, ໄດ້ສຳເລັດການສອບເສັງບຳລຸງຊັ້ນປະຖົມ ແລະມັດທະ ຍົມຕອນຕົ້ນໃຫ້ແກ່ປະຊາຊົນທົ່ວ ແຂວງ, ດ້ານການພັດທະນາຄູໄດ້ລົງເປີດກອງປະຊຸມຝຶກອົບຮົມຄູ ສອນວິຊາພາສາລາວຊັ້ນ ປ.1, ປ.2,  ປ.3 ທີ່ເມືອງຈຳພອນ ແລະ ຊົນນະບູລີມີຄູສອນເຂົ້າຮ່ວມ 46 ຄົນ,ສຳເລັດການຝຶກອົບຮົມຄູສອນ ປ1, ຜູ້ອຳນວຍການໂຮງຮຽນ, ຄູສຶກສານິເທດກ່ຽວກັບການນຳໃຊ້ ຫຼັກສູດໃໝ່ໃນ 6 ວິຊາ ມີຈຳນວນ 2 ພັນກວ່າຄົນພາຍໃຕ້ແຜນການປີກວ່າ, ຝຶກອົບຮົມຄູສອນວິຊາຄະ ນິດສາດ ປ.2 ໃນທົ່ວແຂວງຈຳ ນວນ 1 ພັນກວ່າຄົນ ໂດຍການສະ ໜັບສະໜູນຂອງອົງການໄຈກ້າ, ຈຳນວນນັກຮຽນໄປຮຽນຕໍ່ວິຊາສະ ເພາະພາຍໃນ ແລະຕ່າງປະເທດມີ 3.499 ຄົນ, ເທົ່າກັບ 47,50% ຕາມແຜນຍຸດທະສາດຮອດປີ 2020 ແມ່ນໃຫ້ບັນລຸ 60%  ຂຶ້ນໄປ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການລົງປັບປຸງຄຸນນະພາບການສຶກສາຢູ່ 5 ເມືອງທີ່ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານວຽກສາມສ້າງ,ລາຍງານຫຍໍ້ການພັດ ທະນາຊັບພະຍາກອນມະນຸດຂັ້ນແຂວງ,ຜ່ານມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການພັດທະນາຊັບພະຍາກອນມະນຸດຕາມຂະແໜງບູລິມະສິດໃນສາຂາວິຊາກະສິກຳ, ຄູ ແລະພະຍາບານ,ຈາກນີ້ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ ນັກຮຽນເກັ່ງຂັ້ແຂວງໄປສອບເສັງລະດັບຊາດ ແລະຍ້ອງຍໍຄູ-ອາຈານ, ກົມກອງ ແລະໂຮງຮຽນດີ ເດັ່ນຂັັ້ນແຂວງ,ຂັ້ນພະແນກພ້ອມທັງຍັງໄດ້ມີການປະກອບຄຳຄິດຄເຫັນໃນບັນຫາຕ່າງໆ ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາຂອງ ແຂວງສະຫວັນນະເຂດໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ