ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວເມືອງໄຊຍະບູລີ

   ກອງປະຊຸມຜູ້ບໍລິຫານການ ສຶກສາ ແລະກີລາເມືອງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19- 20 ສິງຫາ 2019 ໂດຍການ ເປັນປະທານຂອງທ່ານ ຈັນທະວີວັນນະພາຜົນຫົວໜ້າຫ້ອງການ ສຶກສາທິການ ແລະກີລາເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ,ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງມີບັນດາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າເມືອງ,ສະມາຊິກສະພາປະຊາຊົນແຂວງ, ຜູ້ບໍລິຫານການສຶກສາ ແລະກີລາ ທົ່ວເມືອງ,ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະຈຸບັນທົ່ວເມືອງໄຊຍະບູລີມີໂຮງຮຽນທັງໝົດ 149 ແຫ່ງ, ມີນັກຮຽນທັງໝົດ18.552 ຄົນ, ຍິງ 8.579 ຄົນ, ມີບຸກຄະລາ ກອນສຶກສາ ແລະກີລາທັງໝົດ 1.239 ຄົນ, ຍິງ 826 ຄົນມີຄູ ສອນ 975 ຄົນ, ຍິງ 646 ຄົນ, (ຄູອາສາສະໝັກ 223 ຄົນ, ຍິງ 164 ຄົນ, ລັດຖະກອນບໍລິຫານ 41 ຄົນ, ຍິງ 1 ຄົນ, ໃນນີ້ມີໂຮງ ຮຽນອະນຸບານພາກລັດ ແລະເອກະຊົນ 44 ແຫ່ງ ມີນັກຮຽນ 2.622 ຄົນ, ຍິງ 1.095 ຄົນ, ມີໂຮງຮຽນອະນຸບານພາກ34ແຫ່ງ, ໂຮງຮຽນເອກະຊົນ 10 ແຫ່ງ, ອັດຕາເຂົ້າຮຽນ  0-2  ປີປະຕິບັດໄດ້ 8,7%, ອັດຕາເດັກເຂົ້າຮຽນ  3-5 ປີປະຕິບັດໄດ້  72,1%,ອັດຕາເຂົ້າຮຽນ 5 ປີ ເທົ່າກັບ  99,2%, ມີໂຮງຮຽນປະຖົມທັງ ໝົດ 79 ແຫ່ງ (ໃນນີ້ປະຖົມສົມບູນ 75 ແຫ່ງ) ປະຖົມສົມບູນພາກລັດ 75 ແຫ່ງນັກຮຽນ7.884 ຄົນ, ຍິງ 3.668 ຄົນ, ອັດຕາເລື່ອນຂັ້ນຈົບຊັ້ນປະຖົມໄດ້ 100%, ມີ ໂຮງຮຽນມັດທະຍົມສຶກສາຕອນຕົ້ນ 16 ແຫ່ງ, ມີນັກຮຽນ 5.216 ຄົນ, 2.528  ຄົນ,  ອັດຕາ ເລື່ອນຂັ້ນ ມ1-ມ4 ໄດ້ 92%, ມີໂຮງຮຽນມັດທະຍົມສຶກສາຕອນ ປາຍ 12 ແຫ່ງ ມີນັກຮຽນທັງໝົດ 2.830 ຄົນ, ຍິງ 1.288 ຄົນ, ອັດຕາເລື່ອນມ 5-ມ7 ໄດ້ 98.6%, ອັດຕາເລື່ອນຂັ້ນຈົບຊັ້ນໄດ້ 100%.

ປະຈຸບັນສ້າງໄດ້ໂຮງຮຽນຕົວ ແບບປອດສິ່ງເສບຕິດແລ້ວ 10 ແຫ່ງ,ພ້ອມດຽວກັນນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ໃນຫົວຂໍ້ຕ່າງໆ,ເພື່ອຊອກໃຫ້ເຫັນໄດ້ດ້ານດີ,ຊອກໃຫ້ເຫັນໄດ້ຈຸດອອ່ນ,ຂໍ້ຄົງຄ້າງເພື່ອພ້ອມກັນຊອກຫາວິທີການແກ້ໄຂເຮັດໃຫ້ວຽກງານການສຶກສາຢູ່ພາຍໃນເມືອງມີທ່າກ້າວຂະຫຍາຍຕົວຂຶ້ນ.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ