ສະຖາບັນເຕັກໂນໂລຊີການສື່ສານ ຈະເປີດສອນປະລິນຍາຕີຕໍ່ເນື່ອງ

  ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານສະຖາບັນການສຶກສາທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ, ມີໜ້າທີ່ຄົ້ນຄວ້າ, ພັດທະນາຫຼັກສູດ ແລະສ້າງບຸກ ຄະລາກອນໃຫ້ແກ່ການຈັດຕັ້ງ ແລະສັງຄົມ,ປະຈຸບັນກໍາລັງປັບປຸງພື້ນຖານໂຄງລ່າງ, ຫຼັກສູດການຮຽນ-ການສອນ ປະລິນຍາຕີຕໍ່ເນື່ອງ ຊຶ່ງຄາດວ່າຈະໄດ້ນໍາໃຊ້ ໃນສົກປີ 2020-2021 ນີ້.

ທ່ານ ສາຍຝົນບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໃຫ້ສໍາພາດ ວ່າ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໄດ້ສ້າງຂຶ້ນໃນປີ 1970 ແລະເປີດນໍາໃຊ້ໃນປີ 1973 ເວລານັ້ນເອີ້ນວ່າສູນກາງຝຶກອົບຮົມວີຊາຊີບໂທລະຄົມມະນາຄົມແຫ່ງຊາດ, ໃນປີ 1998 ປ່ຽນຊື່ມາເປັນໂຮງຮຽນໂທລະຄົມ ແລະສູນຝຶກ, ປີ 2009 ໄດ້ປ່ຽນ ຊື່ມາເປັນສະຖາບັນໄປສະນີ ແລະ ໂທລະຄົມມະນາຄົມ ແລະໃນປີ 2017 ໄດ້ປ່ຽນຊື່ມາເປັນສະຖາ ບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຊຶ່ງເປັນສະຖາບັນການ ສຶກສາທີ່ສັງກັດໃນໂຄງປະກອບ ການຈັດຕັ້ງຂອງກະຊວງໄປສະນີ,ໂທລະຄົມມະນາຄົມ ແລະການສື່ ສານ, ມີພາລະບົດບາດເປັນຫົວ ໜ່ວຍວິຊາການມີຖານະທຽບເທົ່າກົມ, ມີໜ້າທີ່ຄົ້ນຄວ້າ, ພັດທະນາ ຫຼັກສູດ ແລະສ້າງບຸກຄະລາກອນໃຫ້ແກ່ການຈັດຕັ້ງ ແລະສັງຄົມ.

ປະຈຸບັນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານມີພະນັກງານທັງໝົດ 65 ຄົນ, ມີຫ້ອງການ 1 ຫຼັງ, ອາຄານຮຽນ 1 ຫຼັງ, ມີຫ້ອງທົດລອງ, ຫ້ອງຄົມພີວເຕີ 2 ຫຼັງ,ມີສູນພັດທະນາ ແລະຝຶກອົບຮົມຊອບແວການຮ່ວມມືລະຫວ່າງລາວ-ອິນເດຍ;ສ່ວນຫຼັກສູນ ການຮຽນ-ການສອນ ແມ່ນມີ 2 ຫຼັກສູດຄື: ວິສະວະກໍາເຕັກໂນໂລຊີການສື່ສານ ແລະຫຼັກສູດວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ,ຊຶ່ງປະຈຸບັນກໍາລັງສ້າງຫຼັກສູດຊັ້ນ ສູງອີກ 2ຫຼັກສູດ ແລະຫຼັກສູດປະລິນຍາຕີຕໍ່ເນື່ອງ 2 ປີ ຄາດວ່າຈະ ໄດ້ນໍາໃຊ້ໃນສົກປີ 2020-2021,ນອກນີ້ຍັງມີຫຼັກສູດການຝຶກອົບຮົມໄລຍະສັ້ນກ່ຽວກັບເຕັກນິກອີກຫຼາຫຼັກສູດ,ພ້ອມນີ້ທາງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຍັງໃຫ້ການບໍລິການອິນເຕີເນັດ,ມີລະບົບ Wi-Fi ເພື່ອໃຫ້ນັກສຶກສາຊອກຫາຂໍ້ມູນທາງອິນເຕີເນັດ, ມີທຶນການສຶກສາສໍາລັບຜູ້ທີ່ຮຽນ ເກັ່ງ  ແລະມີການຄັດເລືອກເອົາເປັນ ພະນັກງານສືບທອດເພື່ອບັນຈຸຊັບ ຊ້ອນເຂົ້າເຮັດວຽກໃນສະຖາບັນ ຕາມເງື່ອນໄຂຕົວຈິງ.

ສໍາລັບສົກຮຽນ 2019-2020 ທາງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານມີແຜນຮັບນັກສຶກສາໃໝ່ 250 ຄົນ, ໂດຍມີການສອບເສັງເຂົ້າໃນນັ້ນມີວິຊາ ຄະນິດສາດ ແລະຟີຊິກສາດ,ຊຶ່ງໄດ້ ເປີດຂາຍຄໍາຮ້ອງແຕ່ວັນທີ 7 ສິງຫາ ແລະປິດຮັບຄໍາຮ້ອງໃນວັນທີ 30 ສິງຫານີ້, ການສອບເສັງແມ່ນວັນທີ 7 ກັນຍາ 2019, ສ່ວນທິດທາງ ໃນອະນາຄົດທາງສະຖາບັນຈະປັບປຸງພື້ນຖານໂຄງລ່າງ (ຕຶກ-ອາຄານ), ຫຼັກສູດການຮຽນ-ການສອນໃຫ້ມີຫຼາກຫຼາຍສາຂາວິຊາຊີບ ແລະຍົກລະດັບໃຫ້ມີຫຼັກສູດ ປະລິນຍາຕີ,ປະລິນຍາໂທດ້ານໄອທີຕາມຄວາມສາມາດຕົວຈິງດ້ວຍການຮ່ວມມືກັບພາກສ່ວນພາຍໃນ ແລະຕ່າປະເທດ.

ຖ້າຫາກພາກສ່ວນ,ອົງການ ຫຼື ບຸກຄົນໃດສົນໃຈຕ້ອງການຍົກລະດັບຄວາມຮູ້ດ້ານໄອຊີທີສາມາດພົວພັນໄດ້ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານກະຊວງ ປທສ, ເບີໂທຕິດຕໍ່ 020 58854 888 ຫຼື http://iict.gov.la.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ