ສັບພະຄຸນທາງຢາຂອງ ນໍ້າໝາກຫຸ່ງ

ໝາກຫຸ່ງມີສັບພະຄຸນທາງຢາມີເອນໄຊຊະນິດໜຶ່ງທີ່ເອີ້ນວ່າ “ພາເພນ” ຊ່ວຍຍ່ອຍອາຫານທີ່ ບໍ່ຍ່ອຍ, ຊ່ວຍໃຫ້ປະຈຳເດືອນມາປົກກະຕິ, ຫຼຸດໄຂ້, ແກ້ເລືອດອອກຕາມເຟັນແຂ້ວ,ຊ່ວຍຍ່ອຍອາຫານ,ຫຼຸດກົດໃນກະເພາະອາຫານ, ເຮັດໃຫ້ການເຮັດວຽກ ຂອງລຳໄສ້ດີຂຶ້ນ,ຊ່ວຍທຳຄວາມສະອາດໝາກໄຂ່ຫຼັງ,ຊ່ວຍໃຫ້ເລືອດແຂງໂຕ, ເປັນຢາລະບາຍອ່ອນໆ,ຊ່ວຍໃຫ້ລະບົບຂັບຖ່າຍສະດວກ, ຊ່ວຍປ້ອງກັນພະຍາດມະເຮັງ, ບຳລຸງເລືອດ, ບຳລຸງປະສາດ ແລະລະ ບົບສາຍຕາ.

ສ່ວນປະສົມ:

  • ໝາກຫຸ່ງສຸກປາດເປັນປ່ຽງ 1 ຈອກເຄິ່ງ.
  • ນໍ້າເຢັນ 1/2 ຈອກ.
  • ນໍ້າກ້ອນບົດ 1/2 ຈອກ.
  • ນໍ້າໝາກນາວ 2 ບ່ວງແກງ.
  • ນໍ້າເຜິ້ງ 3 ບ່ວງແກງ.
  • ເກືອເລັກໜ້ອຍ.

ວິທີເຮັດ: ໂດຍນໍາເອົານໍ້າກ້ອນ, ໝາກຫຸ່ງ, ນໍ້າ ເຢັນ, ນໍ້າໝາກນາວ, ນໍ້າເຜິ້ງ, ເກືອ, ລົງໃສ່ໂຖປັ່ນໝາກໄມ້ປັ່ນຈົນເປັນເນື້ອດຽວກັນລະອຽດແລ້ວຖອກໃສ່ຈອກທີ່ກຽມໄວ້້ນັ້ນ, ເມື່ອເຮັດແລ້ວຄວນດື່ມທັນທີ ເພື່ອຄຸນຄ່າທາງສານອາຫານຈາກໝາກຫຸ່ງໄດ້ຢ່າງ ຄົບຖ້ວນ.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ