ເຈມບອນ ຕອນໃໝ່ມີຊື່ວ່າ ໂນທາມທູດາຍ

  ຮູບເງົາເລື່ອງ ເຈມບອນ ຕອນໃໝ່ ຊຶ່ງຈະເຂົ້າສາຍໃນປີ 2020 ປະກາດຊື່ຢ່າງເປັນທາງ ການແລ້ວຊື່ວ່າ No Time To Die (ໂນ  ທາມທູດາຍ).

ທິມງານຜູ້ຜະລິດຮູບເງົາສາຍ ລັບ ເຈມບອນ ຕອນທີ 25 ເປີດ ເຜີຍຊື່ເລືື່ອງຢ່າງເປັນທາງການ ແລ້ວຜ່ານສື່ສັງຄົມອອນລາຍທຸກຊ່ອງທາງໃນທ້າຍອາທິດທີ່ຜ່ານມາ ໂດຍເປັນຄລິບຂາວດຳມີຄວາມ ຍາວ 30 ວິນາທີ ເຜີຍໃຫ້ເຫັນ ແດນຽວ ເຄຣັກ ຜູ້ຮັບບົດ ເຈມ ບອນ ໃນຊຸດສູດຍ່າງເຂົ້າມາໃນສາກແລ້ວຢຸດເບິ່ງໃນໄລຍະທ້າຍ ກ່ອນປາກົດຕົວເປັນພາສາອັງກິດ ວ່າ No Time To Die (ໂນ ທາມທູດາຍ)  ພ້ອມທັງລະບຸກຳນົດ ເຂົ້າສາຍໃນອັງກິດວັນທີ 3 ເມສາ ແລະອາເມລິກາ 8 ເມສາປີໜ້າ.

ທັງນີ້ ໂນທາມທູດາຍ ຈະເປັນ ການຮັບບົດເຈມບອນ ສາຍລັບລະຫັດ 007 ຂອງໜ່ວຍສືບລາດ ຊະການລັບອັງກິດ ເປັນເທື່ອທີ່ 5 ແລະຄັ້ງສຸດທ້າຍຂອງເຄຣັກນັກ ສະແດງຄົນອັງກິດອາຍຸ 51 ປີ ຊຶ່ງຖືເປັນນັກສະແດງຜູ້ຮັບບົດເຈມບອນ ຕິດຕໍ່ກັນດົນນານທີ່ສຸດ ແລະບົດບາດທີ່ໜ້າສົນໃຈຍັງລວມ ເຖິງບົດສັດຕູຂອງເຈມບອນ ຊຶ່ງ ຈະຮັບບົດໂດຍ ຣາມີ ມາເລກ ນັກສະແດງໜຸ່ມຄົນອາເມລິກາ ອາຍຸ 38 ປີ ເຈົ້າຂອງລາງວັນອອດສະ ກາສາຂານັກສະແດງນໍາຊາຍດີເດັ່ນປະຈຳປີນີ້.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ