8 ບ້ານ ເມືອງນາຊາຍທອງຖືກນໍ້າຖ້ວມການສັນຈອນທາງ 13 ເໜືອຕິດຂັດຫຼາຍຊົ່ວໂມງ

ຈາກຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ຫຼາຍພື້ນທີ່ຕໍ່າເກີດມີນໍ້າຖ້ວມຂັງບ້ານເຮືອນປະຊາຊົນ, ເສັ້ນທາງເປ່ເພເຊາະຂາດການສັນຈອນໄປ-ມາເກີດມີອຸປະສັກຫຍຸ້ງຍາກຕິດຂັດເຊັ່ນດຽວກັນກັບຢູ່ເມືອງນາຊາຍທອງນະຄອນຫຼວງວຽງຈັນ ໃນບໍ່ດົນມານີ້ເກີດນໍ້າ ຖ້ວມຂັງຢູ່ຕາມເສັ້ນທາງທີ 13 ເໜືອ ກວມເອົາ 8 ບ້ານ ໃນນັ້ນວັນທີ 26 ສິງຫາ ຢູ່ຈຸດກິໂລແມັດ 21-22 ມີນໍ້າຖ້ວມ ແລະ ໄຫຼແຮງ ສູງ 50 ຊັງຕີແມັດ ຍາວປະມານ 150 ແມັດ ເຮັດໃຫ້ເກີດການສັນຈອນໄປມາຫຍຸ້ງຍາກລົດຕິດແຖວຍາວແຕ່ເວລາ 15:00 ໂມງຫາ 24:00 ໂມງ.

  ທ່ານ ບຸນເຮືອງ ແສງພົມມະຈັນ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງນາຊາຍທອງ ໃຫ້ຮູ້ວ່າ: ສະພາບນໍ້າຖ້ວມຂັງຢູ່ຕາມເສັ້ນທາງ 13 ເໜືອ ເມືອງນາຊາຍທອງ ແມ່ນເກີດຂຶ້ນແຕ່ວັນທີ 25-27 ສິງຫາ 2019 ໃນນັ້ນ ກິໂລແມັດ 14-15 ນໍ້າຖ້ວມຂັງສູງ 30 ຊັງຕີແມັດ ປະມານ 200 ແມັດ ແລະ ກິໂລແມັດ 18-19 ນໍ້າໄຫຼຂ້າມທາງສູງ 30 ຊັງຕີແມັດ ປະມານ 150 ແມັດ ການສັນຈອນຕິດບາງຄັ້ງຄາວ; ສ່ວນກິໂລແມັດ 21-22 ນໍ້າຖ້ວມ 2 ຈຸດ ທາງເຂົ້າດ່ານຊີສູງ 50 ຊັງຕີແມັດ ປະມານ150 ແມັດ ນໍ້າໄຫຼແຮງການໄປມາຫຍຸ້ງຍາກລົດຕິດແຖວຍາວແຕ່ເວລາ 15 ໂມງ ຂອງວັນທີ 26 ສິງຫາ ຈົນຮອດເວລາ 24 ໂມງ; ກິໂລ ແມັດ 22-23 ຈຸດທາງຂຶ້ນທາງດ່ວນຖ້ວມທາງປະມານ 20 ຊັງຕີແມັດ ນໍ້າໄຫຼຂ້າມທາງລົດສາມາດໄປມາໄດ້ແຕ່ຕ້ອງໄດ້ເອົາລົດຈົກຕັດທາງດ່ວນ; ກິໂລແມັດ 30-31 ນໍ້າໄຫຼຂ້າມທາງຜົນກະທົບຈາກໂຄງການທາງລົດໄຟ.

  ສ່ວນທາງເທສະບານເມືອງເສັ້ງທາງດົງຫຼວງ-ໂພນແກ້ວ-ໂພນສະຫວັນ ນໍ້າຖ້ວມສູງປະມານ 300 ແມັດ ເລິກ 50 ຊັງຕີແມັດລົດຕໍ່າບໍ່ສາມາດຜ່ານໄດ້;ທາງ 13 ຫາ ແຫຼ່ງທ່ອງທ່ຽວຕາດຊອນ ກໍເກີດນໍ້າຖ້ວມໂຮງຮຽນບ້ານນາຍາງ, ນາຊອນ ແລະບ້ານຫົວຂົວ, ນອກນີ້ ຍັງມີຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນຊຶ່ງເກີດມີນໍ້າຖ້ວມຢູ່ ກິໂລແມັດ 11 ແລະກິໂລແມັດ 21 ຄື: ບ້ານໜອງຄັນຄູນໍ້າຖ້ວມເຮືອນປະຊາຊົນ 4 ຫຼັງປະຈຸບັນໄດ້ນໍາໃຊ້ລົດຈົກຕັດທາງແລ້ວແຕ່ຍັງບໍ່ທັນແຫ້ງ ແລະ ມີນໍ້າຖ້ວມໜອງປາທີ່ຫ້ວຍຫຸມ.

  ສັງລວມແລ້ວທົ່ວເມືອງນາຊາຍທອງ ມີນໍ້າຖ້ວມຂັງທັງໝົດ 8 ບ້ານຄື: ບ້ານຫົວຊ້າງ, ຫົວຂົວ, ນາຊອນ, ນາຍາງ, ໜອງຄັນຄູ, ຜາງແຫ້ງ, ນາລຽນ ແລະບ້ານ ນາຊາຍທອງເໜືອສ່ວນວິທີແກ້ໄຂອົງການປົກຄອງບ້ານສົມທົບກັບ ປກສ, ປກຊ, ກຸ່ມບ້ານ ໄດ້ຊ່ວຍເຫຼືອລະບາຍລົດຕາມລຽບທາງຫຼວງ, ຈຸດນໍ້າຖ້ວມໄດ້ຊ່ວຍຄອບ ຄົວຜູ້ຖືກຜົນກະທົບຢູ່ບ້ານໜອງຄັນຄູ ຈໍານວນ4 ຄອບຄົວ ແລະພາຍຫຼັງນໍ້າບົກແຫ້ງແລ້ວຈະບູລະນະສ້ອມແປງເສັ້ນທາງໃຫ້ຢູ່ສະພາບປົກກະຕິ, ສ່ວນລາຍລະອຽດຜົນເສຍຫາຍແມ່ນຍັງບໍ່ທັນມີການຄິດໄລ່, ສະເພາະເສັ້ນທາງ 13 ເໜືອ ແມ່ນຖືກນໍ້າເຊາະເປ່ເພຫຼາຍຈຸດ.

---------

ຂຽນໂດຍແປ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ