ແນະນຳຂະແໜງການເງິນແກ້ 3 ຈຸດຕາມຕົວຊີ້ວັດ ແລະພະນັກງານຄົນໜຶ່ງຕ້ອງຮັບຜິດຊອບຫຼາຍວຽກ

  ອີງຕາມຄໍາເຫັນຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດ ຖະມົນຕີກະຊວງການເງິນ; ໃນ ກອງປະຊຸມສໍາມະນາເຜີຍແຜ່, ແລກປ່ຽນບົດຮຽນ ແລະລະດົມ ຄວາມຄິດເຫັນເປີດກວ້າງກ່ຽວ ກັບລະບົບບໍາລຸງກໍ່ສ້າງພະນັກ ງານ-ລັດຖະກອນຂະແໜງການ ເງິນທີ່ຈັດຂຶ້ນໃນວັນທີ 22 ສິງຫາ ຜ່ານມາທີ່ກົມສ່ວຍສາອາກອນ ຊຶ່ງທ່ານໄດ້ແນະນຳກົມຈັດຕັ້ງ ແລະພະນັກງານ, ຂະແໜງການກ່ຽວ ຂ້ອງຂອງການເງິນຕ້ອງແກ້ໄຂ 3 ຈຸດຕາມຕົວຊີ້ວັດຄື: ຕົວຊີ້ວັດ ກ່ຽວກັບຄຸນຄ່າຂອງຄົນ, ສໍາລັບໃຫ້ ໂອກາດຄົນ ແລະສໍາລັບພັດທະນາ ຄົນ,  ເພື່ອແກ້ໄຂບັນຫາພະນັກ ງານເຫຼືອບໍ່ພໍ, ແກ້ໄຂພະນັກງານ ໃຫ້ໜ້ອຍລົງແຕ່ເພີ່ມໜ້າວຽກ ແລະ ພະນັກງານ-ລັດຖະກອນຄົນໜຶ່ງຕ້ອງຮັບຜິດຊອບຫຼາຍໜ້າວຽກ ງານເພື່ອຫຼຸດຜ່ອນການຂໍລັດຖະ ກອນໃໝ່.

 ກອງປະຊຸມດັ່ງກ່າວໂດຍກົມຈັດຕັ້ງ ແລະພະນັກງານກະຊວງການເງິນສົມທົບກັບສະຖາບັນເສດຖະກິດ-ການເງິນ, ກະຊວງພາຍໃນຮ່ວມກັນຈັດຂຶ້ນ,ດຍການເປັນປະ ທານຂອງທ່ານ ບຸນໂຈມ ອຸ ບົນປະເສີດ ຮອງລັດຖະມົນຕີກະ ຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອຳນວຍການວິທະຍາໄລການເງິນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

 ການຈັດກອງປະຊຸມສໍາມະນາເຜີຍແຜ່, ແລກປ່ຽນບົດຮຽນ ແລະລະດົມຄວາມຄິດເຫັນເປີດກວ້າງກ່ຽວກັບລະບົບບໍາລຸງກໍ່ສ້າງພະນັກງານ-ລັດຖະກອນຂະແໜງການເງິນ; ເພື່ອເປັນການປັບປຸງຄຸນ ນະພາບການເຄື່ອນໄຫວຂອງກົງ ຈັກການຈັດຕັ້ງ, ທັງເປັນການແກ້ ໄຂບັນຫາພະນັກງານຂະແໜງການເງິນເຫຼືອບໍ່ພໍໃນປະຈຸບັນ ແລະ ຮັບປະກັນໄດ້ຜູ້ທີ່ມີຄວາມສາມາດມາຮັບໃຊ້ວຽກງານຂອງລັດໃຫ້ມີ ປະສິດທິຜົນ; ຈໍາເປັນຕ້ອງມີການ ວິເຄາະ ແລະດັດສົມວຽກງານໃຫ້ຖືກຕ້ອງໂດຍອີງໃສ່ພື້ນຖານພະນັກ ງານຜູ້ໜຶ່ງຮັບຜິດຊອບຫຼາຍໜ້າວຽກງານ, ເພື່ອຫຼຸດຜ່ອນການຂໍ ລັດຖະກອນເພີ່ມຂຶ້ນເລື້ອຍໆ, ສ່ວນ ໜ້າວຽກໃດມີພະນັກງານ-ລັດຖະ ກອນຫຼາຍກໍ່ສັບຊ້ອນໄປຍັງໜ່ວຍ ງານທີ່ມີພະນັກງານບໍ່ພໍ ແລະຝຶກ ອົບຮົມໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະອື່ນໆທີ່ຈໍາເປັນ.

 

  ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ: ປະຈຸບັນ, ບັນຫາພະນັກງານລັດຖະ ກອນຢູ່ລາວມີຫຼາຍຖ້າທຽບໃສ່ມາດຕະຖານແລ້ວຍັງເຫັນວ່າຍັງຕ້ອງໄດ້ມີການປັບປຸງແກ້ໄຂ, ການ ຈັດສໍາມະນາໃນຄັ້ງນີ້ໃຫ້ເອົາໃຈໃສ່ ໃນການປະກອບຄໍາຄິດເຫັນເພື່ອ ແກ້ໄຂສະພາບພະນັກງານປະຈໍາການດ້ວຍການຮຽນໄລຍະສັ້ນ, ໄລຍະກາງ, ການຝຶກອົບຮົມໃນຫົວຂໍ້ສະເພາະໃຫ້ພະນັກງານມີຄວາມເຂັ້ມແຂງ, ເພື່ອກຽມພ້ອມຮອງຮັບບັນຫາທີ່ອາດຈະພະເຊີນໃຕໍ່ໜ້າ, ຫັນໄປສູ່ຄຸນນະພາບຫັນການຄຸ້ມຄອງໄປສູ່ລະບົບບໍລິຫານໃຫ້ມີ ປະສິດທິຜົນ ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງບລິຫານລັດໃນຂະແໜງການເງິນ, ຍົກສູງປະສິດທິພາບ, ມາດຕະ ຖານ, ຄຸນນະພາບພະນັກງານປະຈໍາການ, ຊຶ່ງການປັບປຸງກົງຈັກແມ່ນຕິດ ພັນກັບການປັບປຸງບຸກຄະລາກອນ ແມ່ນເປັນສິ່ງສໍາຄັນທີ່ຕ້ອງໄດ້ປັບປຸງແກ້ໄຂໂດຍສະເພາະພະນັກງານປະຈໍາການຈາກການມີຫຼາຍຄົນເຮັດວຽກປັບໃຫ້ໜ້ອຍລົງແຕ່ເພີ່ມໜ້າວຽກຫຼາຍຂຶ້ນ, ການປັບປຸງກົງຈັກການຈັດຕັ້ງເປັນສິ່ງທີ່ສໍາຄັນຫຼາຍປະຈຸບັນຂະແໜງການ ເງິນພະນັກງານແຕ່ຂົງເຂດແມ່ນ ຍັງບໍ່ມີຄວາມດຸ່ນດ່ຽງກັນ, ສ່ວນຫຼາຍແມ່ນຢູ່ຂະແໜງລາຍຮັບແຕ່ຂາດຢູ່ຂົງເຂດຄຸ້ມຄອງລາຍຈ່າຍ ແລະຂົງເຂດຕິດຕາມກວດກາເຮັດ ໃຫ້ການບໍລິຫານການເງິນຂາດສະ ພາບຄ່ອງ.

  ທ່ານຮອງລັດຖະມົນຕີກະຊວງການເງິນເນັ້ນຕື່ມວ່າ: ສິ່ງທີ່ສໍາຄັນຕ້ອງເລີ່ມແກ້ໄຂຢູ່ທີ່ພະນັກງານຜູ້ທີ່ປະຕິບັດວຽກງານຕົວຈິງໂດຍສະເພາະຕ້ອງແກ້ໄຂຢູ່ 3 ຈຸດຕາມຕົວຊີ້ວັດທີ່ກໍານົດໄວ້ຄື: ກໍານົດຕົວຊີ້ວັດກ່ຽວກັບຄຸນຄ່າ ຂອງຄົນ, ສໍາລັບໃຫ້ໂອກາດຄົນ ແລະສໍາລັບພັດທະນາຄົນ ໃນນັ້ນ, ຕ້ອງເນັ້ນໃຫ້ພັດທະນາຄົນໃຫ້ຮູ້ຈັກວິທີການແກ້ໄຂບັນຫາໃນໜ່ວຍ ງານ, ກົມກອງຂອງຕົນໂດຍສະ ເພາະບັນຫາຄວາມຫຍຸ້ງຍາກໃນ ການຈັດຕັ້ງປະຕິບັດງົບປະມານ ໃນປະຈຸບັນ, ຊຶ່ງເປັນບັນຫາທີ່ຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ, ທັງສ້າງຄົນໃຫ້ມີນໍ້າໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນ, ມີຈັນຍາບັນ, ມີຄວາມອົດທົນ,ມີຄວາມເອື້ອເຝື້ອເພື່ອແຜ່ສ້າງຄົນໃຫ້ຮູ້ປັບປ່ຽນໄປຕາມສະພາບການທີ່ປ່ຽນແປງໃໝ່, ສຸມ ໃສ່ພ້ອມກັນອັດຊ່ອງຫວ່າງແກ້ໄຂການຮົ່ວໄຫຼ, ການເກັບ ແລະມອບໃຫ້ງົບປະມານໃຫ້ຄົບຖ້ວນ, ສ້າງຄົນໃຫ້ຮູ້ພັດທະນາເພື່ອໃຫ້ເບິ່ງກວ້າງມອງໄກ, ມີວິໄສທັດ, ເພື່ອແກ້ໄຂບັນຫາສະເພາະໜ້າໃນປະຈຸບັນ ແລະ ໃຫ້ຍາວນານເພື່ອຮອງຮັບສິ່ງທ້າທາຍໃໝ່, ພ້ອມທັງປັບປຸງການຮັບພະນັກງານໂດຍເນັ້ນໃສ່ຄຸນນະ ພາບການສຶກສາເປັນສໍາຄັນເພື່ອປະກອບໃສ່ໜ້າວຽກໃຫ້ຖືກຕ້ອງ ແລະມີຄວາມສາມາດຢ່າງແທ້ຈິງ.

  ໃນກອງປະຊຸມຍັງໄດ້ຮັບຟັງການສະເໜີລະບົບບໍາລຸງ ແລະກໍ່ສ້າງພະນັກງານລັດຖະກອນຂະແໜງການເງິນ, ສະເໜີລະບົບພັດທະນາບຸກຄະລາກອນຂອງ ເກົາຫຼີ ແລະສະເໜີຫຼັກສູດຄຸ້ມຄອງບໍລິຫານລັດ, ສໍາລັບຕໍາແໜ່ງບໍລິຫານແຕ່ລະປະເພດພ້ອມທັງໄດ້ມີການຈັດເປັນກຸ່ມເພື່ອຄົ້ນຄວ້າໃນ ແຕ່ລະໆບົບທັງນີ້, ເພື່ອເປັນການກະ ກຽມຄວາມພ້ອມໃຫ້ແກ່ການຫັນເປັນທັນສະໄໝຂອງຂະແໜງການເງິນ.

--------

ຂຽນໂດຍກະຊວງການເງິນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ