ສະຫະພັນມວຍລາວ ກຽມສົ່ງນັກກີລາ ເຂົ້າຮ່ວມແຂ່ງຂັນຢູ່ ສ.ເກົາຫຼີ ໂດຍ: ກິ່ງລັດຕະນະ

  ສະຫະພັນມວຍແຫ່ງ ຊາດລາວ ກຽມສົ່ງນັກມວຍລາຍ ລາວຈາກທິມ Lao Action Star ໄປແຂ່ງຂັນສະແດງສັກກາຍະພາບ ໃນເວທີສາກົນລາຍການ 2019 Chungiu World Martial Arts Park ທີ່ປະເທດ ສ.ເກົາຫຼີ ລະຫວ່າງວັນທີ 30 ສິງຫາ-6 ກັນຍາ 2019.ພິທີຖະແຫຼງຂ່າວກຽມສົ່ງນັກມວຍລາຍລາວ ເຂົ້າຮ່ວມແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26 ສິງຫາ ຜ່ານມາ ທີ່ສະໜາມກີລາເຈົ້າອາ ນຸວົງ ນະຄອນຫຼວງວຽງຈັນ ໂດຍ ມີທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍແຫ່ງຊາດລາວ ທັງເປັນປະທານສະຫະພັນມວຍໂລກ, ມີຜູ້ໃຫ້ການສະໜັບສະ ໜູນ, ນັກກີລາ, ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

ທ່ານ ສາຍສະໝອນ ໄຊຍະ ສອນ ກ່າວວ່າ: ສະຫະພັນມວຍ ແຫ່ງຊາດລາວຈະສົ່ງນັກກີລາ ມວຍລາຍລາວ 5 ຄົນ ໄປຮ່ວມ ແຂ່ງຂັນໃນເວທີສາກົລາຍການ  2019  Chungiu  World  Martial Arts Park ທີ່ປະເທດ ສ.ເກົາຫຼີໂດຍລວມມີ 60 ກວ່າປະເທດເຂົ້າຮ່ວມ, ສໍາລັບໃນປີຜ່ານມາສະຫະພັນມວຍແຫ່ງຊາດລາວ ໄດ້ສົ່ງນັກ ກີລາມວຍລາຍລາວ ພຽງ 1 ລາຍການຟ້ອນດ່ຽວເຂົ້າຮ່ວມ ຊຶ່ງສາມາດຍາດໄດ້ອັນດັບທີ 3, ສ່ວນໃນປີນີ້ ຈະສົ່ງເຂົ້າຮ່ວມແຂ່ງຂັນ 3 ລາຍການຄື: ຟ້ອນດ່ຽວ, ຟ້ອນຄູ່ ແລະຟ້ອນຄູ່ປະສົມ ຊຶ່ງຄາດຄະເນຜົນງານຈະດີກວ່າປີຜ່ານມາ.

ສະເພາະນັກກີລາ 5 ຄົນ  ແມ່ນນໍາໂດຍອາຈານ ພິລາວັນ ຈັນທະ ກາລີ ເຈົ້າຂອງລາງວັນອັນດັບ 3 ໃນປີຜ່ານມາ, ອາຈານ ຈື້ ເນັ້ງຄົວ ປາວຊົງ ຫຼື ບູດສ໌ລີລາວ, ອາຈານ ໄພລັດ ທໍາມະວົງສາ ຄູຝຶກວໍວິ ນາມ  ທິມຊາດລາວ, ກອງເງິນອິນທິສານ ແລະຄໍາຮັກ ສີວົງໄຊ, ຊຶ່ງ ຈະອອກເດີນທາງໃນວັນທີ  28 ສິງຫາ 2019 ນີ້.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ