ວິທະຍາໄລລາວ-ທ໊ອບ ຈະຮັບນັກສຶກສາ 400 ຄົນ

   ວິທະຍາໄລລາວ-ທ໊ອບ ມີ ແຜນຈະຮັບນັກສຶກສາປະມານ 400 ຄົນ, ໃນ 5 ສາຂາວິຊາຮຽນ ສົກ 2019-2020 ໂດຍໄດ້ເລີ່ມ ເປີດຂາຍແບບຟອມເຂົ້າຮຽນແຕ່ ຕົ້ນເດືອນກໍລະກົດ  2019  ແລະຈະເປີດການຮຽນການສອນຢ່າງເປັນ ທາງການໃນວັນທີ 9 ກັນຍານີ້.

ທ່ານ ລໍາໄພ ຂຸນດາວົງ ຜູ້ອຳ ນວຍການວິທະຍາໄລ ລາວ-ທ໊ອບນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດເມື່ອທ້າຍອາທິດຜ່ານມາກ່ຽວ ກັບການກະກຽມເປີດສົກຮຽນໃໝ່ 2019-2020 ວ່າ:ທາງວິທະຍາ ໄລມີແຜນຈະຮັບເອົານັກສຶກສາ ປະມານ 400 ຄົນ ໂດຍຈະເປີດ ການຮຽນ-ການສອນໃນລະດັບຊັ້ນສູງໃນ 5 ສາຂາວິຊາຮຽນ ຄື: ພາສາອັງກິດທົ່ວໄປ, ຄອມພິວເຕີ ທຸລະກິດ, ເຕັກໂນໂລຊີຂໍ້ມູນຂ່າວ ສານ, ບໍລິຫານທຸລະກິດ ແລະສາ ຂາການເງິນ-ການບັນຊີ, ຊຶ່ງໄດ້ ເລີ່ມເປີດຂາຍແບບຟອມເຂົ້າຮຽນ ແຕ່ຕົ້ນເດືອນກໍລະກົດ 2019,ມາຮອດປະຈຸບັນນີ້ມີນັກຮຽນມາ ລົງທະບຽນ 160 ຄົນ, ໂດຍຈະສອບເສັງໃນລະຫວ່າງວັນທີ 15-20 ສິງຫານີ້ ແລະໄດ້ແບ່ງການສອບເສັງອອກເປັນ 3 ຕອນ ຄື: ຕອນເຊົ້າ 8:30-10:00 ໂມງ,ບ່າຍ 13:30-15:00 ໂມງ ແລະ ຕອນແລງ 17:30-19:00 ໂມງ. ຫຼັງຈາກນັ້ນ, ຈະເປີດການຮຽນ- ການສອນຢ່າງເປັນທາງການໃນ ວັນທີ 9 ກັນຍານີ້, ໂດຍທາງວິທະຍາໄລໄດ້ກະກຽມອາຄານສະ ຖານທີ່ ແລະສິ່ງອຳນວຍຄວາມສະ ດວກໃນການຮຽນ-ການສອນເປັນ ຕົ້ນແມ່ນຫ້ອງຮຽນມີແອເຢັນທຸກ ຫ້ອງ, ມີສະພາບແວດລ້ອມທີ່ອໍາ ນວຍຄວາມສະດວກສະບາຍໃຫ້ ແກ່ການຮຽນ-ການສອນ, ມີຫ້ອງ ຄອມພິວເຕີ, ອິນເຕີເນັດທີ່ທັນສະ ໄໝສະດວກສະບາຍໃນການຄົ້ນ ຄວ້າຊອກຫາຂໍ້ມູນຕ່າງໆ, ມີຫ້ອງ ສະໝຸດທີ່ລວບລວມບົດຮຽນ ແລະ ບົດສຶກສາໂຄງການໄວ້ໃຫ້ນັກສຶກສາໄດ້ຄົ້ນຄວ້າ, ໄດ້ຈັດຕັ້ງປະຕິບັດ ການຮຽນ-ການສອນ ຖືກຕ້ອງ ຕາມລະບຽບແບບແຜນທີ່ກະຊວງ ສຶກສາທິການ ແລະກີລາໄດ້ວາງ ອອກຢ່າງເຂັ້ມງວດ, ນອກຈາກ ນັ້ນ, ຍັງໄດ້ກະກຽມຄັດເລືອກເອົາ ອາຈານສອນຜູ້ມີຄຸນວຸດທິສູງ, ມີປະສົບປະການທັງພາຍໃນ ແລະ ຕ່າງປະເທດເພື່ອມາຖ່າຍຖອດຄວາມຮູ້ໃຫ້ນັກສຶກສາແນໃສ່ເຮັດ ໃຫ້ການຮຽນ-ການສອນໄດ້ຮັບທັງດ້ານປະລິມານ ແລະຄຸນນະ ພາບສູງຂຶ້ນ.

ຄຽງຄູ່ກັນນັ້ນ, ຍັງມີຫຼັກສູດຝຶກ ອົບຮົມໄລຍະສັ້ນ, ໃນນັ້ນ, ມີພາກ ປົກກະຕິປະກອບມີພາສາອັງກິດສໍາລັບນັກຮຽນຊັ້ນມັດທະຍົມສຶກສາ, ນັກຮຽນຊັ້ນປະຖົມສຶກສາ, ພາສາຈີນ ແລະພາກວັນເສົາ-ວັນ ອາທິດປະກອບມີພາສາຈີນ,ພາສາຫວຽດນາມ ແລະຄອມພິວເຕີ ທຸກລະດັບ.

ປະຈຸບັນໃນວິທະຍາໄລມີພະ ນັກງານຄູ-ອາຈານທັງໝົດ 48 ຄົນ, ຍິງ 8 ຄົນ, ໃນນັ້ນເປັນອາ ຈານຄົນຕ່າງປະເທດສອນປະຈໍາມີ 3 ຄົນ ແລະຮັບເຊີນມີ 5 ຄົນລວມເປັນ 8 ຄົນ, ອາຈານຄົນ ລາວສອນປະຈໍາມີ 16 ຄົນ, ຍັງ 2 ຄົນ ແລະອາຈານຮັບເຊີນມີ 32 ຄົນ, ຍິງ 6 ຄົນ, ໃນສົກຮຽນ 2018-2019  ມີນັກຮຽນຈໍານວນ 132 ຄົນ, ຍິງ 65 ຄົນ ໃນ 5 ສາ ຂາວິຊາ.

ຕອນທ້າຍ, ຜູ້ອໍານວຍການ ວິທະຍາໄລ ລາວ-ທ໊ອບ ຍັງໄດ້ຝາກເຖິງບັນດານັກສຶກສາທີ່ກໍາລັງຈະຈົບການສຶກສາໃຫ້ເອົາໃຈໃສ່ກັບວຽກງານ ແລະນໍາໃຊ້ຄວາມ ຮູ້ຄວາມສາມາດທີ່ຮຽນມາໃຫ້ເກີດ ດອກອອກຜົນໄດ້ຫຼາຍທີ່ສຸດ; ສ່ວນນັກສຶກສາທີ່ຈົບໄປແລ້ວໃຫ້ຕັ້ງໃຈປະຕິບັດວຽກງານ,ຖ້າມີບັນຫາໃດເຂົ້າມາກໍໃຫ້ແກ້ໄຂ ແລະຮຽນຮູ້ຈາກຫຼາຍສິ່ງຫຼາຍຢ່າງເພື່ອເປັນປະສົບການ; ສໍາລັບນັກຮຽນທີ່ຈົບ ມ ປາຍ ຖ້າມີຄວາມສົນໃຈເຂົ້າ ຮຽນຢູ່ວິທະຍາໄລແມ່ນຍິນດີຕ້ອນຮັບ (ນັກຮຽນຜູ້ທີ່ມີພອນສະຫວັນ ທາງດ້ານກີລາ, ສິລະປະ ແລະ ດ້ານອື່ນໆ ຈະມີນະໂຍບາຍພິເສດ). ນອກຈາກນັ້ນ,ຜູ້ອໍານວຍການ ວິທະຍາໄລຍັງຝາກເຖິງພໍ່ແມ່ຜູ້ ປົກຄອງໃຫ້ມີຄວາມເຊື່ອໝັ້ນວິທະ ຍາໄລ ລາວ-ທ໊ອບ ໂດຍມີລະບົບຈັດຕັ້ງການຮຽນການສອນທີ່ໄດ້ ມາດຖານ ສ້າງຄົນໃຫ້ມີຄຸນນະພາບສາມາດປະກອບສ່ວນຮັບໃຊ້ສັງຄົມກໍຄືປະເທດໃນອະນາຄົດ. 

-------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ