ໄຊຍະບູລີ ສະຫຼຸບຜົນລົງຝຶກຫັດຂອງໂຮງຮຽນ ປກສ ຊັ້ນກາງເລກ 01

   ໃນອາທິດຜ່ານມາກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນ ບົດຮຽນຜົນສໍາເລັດການລົງຝຶກຫັດ ຂອງນັກນຽນຮຸ່ນທີ VIII ໂຮງຮຽນ ປກສ ຊັ້ນກາງເລກ 01 ແຂວງຫຼວງພະບາງ, ໂດຍພາຍໃຕ້ ການເປັນປະທານຂອງທ່ານ ພັທ ບຸນທັນ ທິບພະວົງ ຮອງຫົວໜ້າ ກອບັນຊາການ ປກສ ແຂວງ ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພ້ອມດ້ວຍນັກສຶກສາເຂົ້າ ຮ່ວມ.

ກອງປະຊຸມຄັ້ງນີ້, ບັນດາຄູ-ອາ ຈານ, ຄະນະຮັບຜິດຊອບນໍາພາລົງຝຶກຫັດໄດ້ຜັດປ່ຽນກັນລາຍງານຜົນສໍາເລັດການລົງຝຶກຫັດຂອງນັກສຶກສາໃນຊຸດນີ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຫຼັກສູດການຮຽນ-ການ ສອນ, ກໍຄືແຜນການລົງຝຶກຫັດໂຮງ ຮຽນວາງອອກ; ຄະນະຮັບຜິດຊອບນໍາພາລົງຝຶກຫັດຢູ່ແຂວງໄຊຍະບູລີ ໃນຊຸດນີ້ມີ 9 ຈຸດຄື: ເມືອງ ຄອບ, ເມືອງຊຽງຮ່ອນ, ເມືອງເງິນ,ຫົງສາ, ໄຊຍະບູລີ, ເມືອງພຽງ, ປາກລາຍ, ແກ່ນທ້າວ ແລະເມືອງ ບໍ່ແຕນ; ມີຈໍານວນທັງໝົດ 135 ສະຫາຍ, ຍິງ 9 ສະຫາຍ, ໃນນີ້ມີ ນັກຮຽນລົງຝຶກຫັດ 79 ສະຫາຍ, ຍິງ 9 ສະຫາຍ; ໂດຍລົງເລິກ 5 ຂະແໜງຄື: ຂະແໜຄຸ້ມຄອງລັດ, ສືບສວນ-ສອບສວນຄະດີລະເມີດ ຄວາມບໍ່ສະຫງົບຂອງຊາດ, ຈະລາຈອນ, ປ້ອງກັນ, ຂະແໜງຄຸ້ມຄອງ ສໍາມະໂນຄົວ  ແລະກໍ່ສ້າງຮາກຖານ.

ຕະຫຼອດການລົງຝຶກຫັດເປັນ ເວລາ 50 ກວ່າວັນ ເລີ່ມແຕ່ວັນທີ 2 ກໍລະກົດ 2019–24 ສິງຫາ 2019 ບັນດາສະຫາຍແມ່ນມີທັດສະນະຫຼັກໜັ້ນ, ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ, ມີຄວາມສາມັກຄີຢ່າງ ແໜ້ນແຟ້ນ, ພ້ອມກັນສຸມທຸກສະຕິ ປັນຍາເຫື່ອແຮງຜ່ານຜ່າຂໍ້ຫຍຸ້ງຍາກຕັ້ງໜ້າຄົ້ນຄວ້າບົດຮທິດສະດີທີ່ຕົນເອງຮຽນມາ, ໝູນໃຊ້ຢ່າງ ປະດິດສ້າງເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງ ດ້ວຍຄວາມຮັບຜິດຊອບສູງ; ພ້ອມ ສົນທະນາແລກປ່ຽນ,ຍາດແຍ່ງບົດຮຽນດ້ານປະສົບການນໍາຄະນະ ພັກ-ຄະນະບັນຊາ ແລະພະນັກງານຫຼັກແຫຼ່ງຂົງເຂດວຽກງານວິຊາສະ ເພາະທີ່ຕົນເອງຮັບຜິດຊອບ, ເຮັດ ໃຫ້ບັນດາສະຫາຍສາມາດຖອດຖອນໄດ້ບົດຮຽນພຶດຕິກໍາຕົວຈິງ ແລະ ເຫັນໄດ້ບັນຫາດ້ານອ່ອນຂໍ້ຄົງຄ້າງ ເພື່ອນໍາໄປແກ້ໄຂໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

ຜ່ານການຄັດເລືອກຜົນງານດ້ານຄຸນສົມບັດສາມາດຍາດໄດ້ຄະແນນຝຶກຫັດຄະແນນລະດັບ 9 ມີ34 ສະຫາຍ, ຄະແນນ 8 ມີ 45  ສະຫາຍ ແລະປະເພດບຸກຄົນດີເດັ່ນມີ ເຂັ້ມແຂງມີ 34 ສະຫາຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ