ລີໂອນາໂດ ບໍລິຈາກເງິນ 5 ລ້ານໂດລາ ຊ່ວຍມອດໄຟໄໝ້ປ່າອາເມຊອນ

ອົງການແຫ່ງໂລກ (EarthAlliance) ທີ່ປົກປ້ອງເບິ່ງແຍງ ດ້ານສິ່ງແວດລ້ອມ ຊຶ່ງມີຫົວໜ້າ ເປັນຊຸບຕາຮອນລີວູດ ລີໂອນາໂດ ດິຄາປຣິໂອ ໄດ້ມອບເງິນຈຳນວນ 5 ລ້ານໂດລາສະຫະລັດ ໄປຍັງ ໜ່ວຍງານຮັກສາປ່າອາເມຊອນ ຫຼັງຈາກທີ່ເກີດໄຟໄໝ້ປ່າລຸກລາມເປັນບໍລິເວນກວ້າງ.

ອົງການກອງທຶນສຸກເສີນເພື່ອ ປ່າອາເມຊອນໄດ້ເຮັດວຽກຢ່າງໜັກເພື່ອສະໜັບສະໜູນຄູ່ຮ່ວມມື ໃນພື້ນທີ່ລວມທັງຊຸມຊົນທ້ອງຖິ່ນ ເພື່ອປົກປ້ອງທີ່ຢູ່ອາໄສຂອງພວກ ເຂົາທີ່ຢູ່ໃນເຂດອາເມຊອນ ແລະ ກອງທຶນນີ້ຍັງໄດ້ບໍລິຈາກເງິນສູ່ 5 ອົງການທ້ອງຖິ່ນອີກດ້ວຍ, ໂດຍ ລີໂອນາໂດ ໂພສໃນອິນສະຕາ ແກຣມວ່າພື້ນທີ່ປ່າໃຫຍ່ທີ່ສຸດໃນ ໂລກກຳລັງຕົກຢູ່ໃນວິກິດທີ່ເປັນສ່ວນໜຶ່ງຂອງພາວະໂລກຮ້ອນ ແລະຖ້າບໍ່ມີປ່າອາເມຊອນພວກ ເຮົາບໍ່ສາມາດຄວບຄຸມພາວະໂລກ ຮ້ອນເອົາໄວ້ໄດ້ແນ່ນອນ, ທັງນີ້ ອົງການແຫ່ງໂລກກໍ່ຕັ້ງ ໂດຍລິໂອ ນາໂດ ແລະຜູ້ໃຈບຸນອີກ 2  ຄົນ  ໃນເດືອນກໍລະກົດທີ່ຜ່ານມາ ໂດຍມີ ເປົ້າໝາຍເພື່ອປົກປ້ອງສັດປ່າ, ລວມທັງຊຸກຍູ້ເລື່ອງບັນຫາສະພາບ ອາກາດ ແລະປົກປ້ອງສິດທິຂອງ ຊົນເຜົ່າພື້ນເມືອງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ