ສັບພະຄຸນທາງຢາຂອງໝາກເລັບແມວ

     ໝາກເລັບແມວເປັນໄມ້ເຖົາເນື້ອແຂງຂະ ໜາດນ້ອຍເຖົາ ແລະກິ່ງມີໜາມແຫຼມທົ່ວທັ້ງຕົ້ນ ເປືອກເຖົາສີດຳເທົາ ເປືອກໃນສີແດງ ສ່ວນຫຼາຍແລ້ວຈະພົບເຫັນໝາກເລັບແມວໃນປ່າທົ່ວໄປຕາມ ພື້ນທີ່ຮາບປ່າຜັດໃບປ່າດິບໝາກມີລົດສົ້ມຫວານຫາກສຸກແລ້ວກໍ່ຈະມີລົດຫວານແຊບກິນງ່າຍເອີ້ນໄດ້ ວ່າເປັນໝາກໄມ້ປ່າທີ່ຫາກິນໄດ້ຍາກແຕ່ກໍເຕັມໄປ ດ້ວຍຄຸນປະໂຫຍດທີ່ຫຼາກຫຼາຍດ້ານສະໝຸນໄພ ຊຶ່ງ ຄົນສະໄໝກ່ອນໃຊ້ເປັນຢາສະໝຸນໄພທີ່ມີສັບພະຄຸນຫຼາຍຢ່າງ.

  • ຮາກ ແລະເປືອກ: ລົດຈືດເຝື່ອນໜ້ອຍໜຶ່ງ ຕົ້ມດື່ມຂັບລະດູຂາວ, ຂັບຖ່າຍ, ແກ້ມົດລູກພິການແກ້ ຝີໃນມົດລູກ, ແກ້ໂລກເບົາຫວານ, ຊ່ວຍໃນການຍ່ອຍ ແລະຮັກສາພາວະກົດເກິນ.
  • ຮາກ: ຝົນກັບນໍ້າທາແກ້ເລັບທີ່ຫໍ້ເລືອດ ແລະ ເປັນຢາທາແກ້ຝີ.
  • ໝາກ: ລົດສົ້ມຫວານຝາດເຢັນແກ້ຂີ້ກະເທິ, ແກ້ໄອເຮັດໃຫ້ຊຸ່ມຄໍ ແລະມີລິດເປັນຢາລະບາຍ.
  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ