ຄວາມຕ້ອງການແຮງງານໄອທີ ຫວຽດນາມເພີ່ມຂຶ້ນ

    ຄວາມຕ້ອງການຊັບພະຍາກອນມະນຸດໃນຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ (ໄອທີ) ໃນ ສສ ຫວຽດນາມ ເພີ່ມຂຶ້ນສູງສຸດໃນຮອບ 5 ປີ.

ຕາມຂ່າວຕ່າງປະເທດລາຍງານວ່າ ຄວາມຕ້ອງການແຮງງານ ຂະແໜງໄອທີໃນຫວຽດນາມເພີ່ມຂຶ້ນສູງສຸດໃນຮອບ 5 ປີ ດ້ວຍຈຳນວນງານເກືອບ63.000 ອັດຕາໃນປີ 2019 ຈາກລາຍງານໄຕມາດ 2 ຂອງຕະຫຼາດໄອທີຫວຽດນາມທີ່ຈັດໂດຍTopDev ຊຶ່ງເປັນເຄືອຂ່າຍການສະໝັກວຽກໄອທີ, ຊຶ່ງຈຳນວນຄວາມຕ້ອງການເພີ່ມຂຶ້ນເປັນ 5 ເທົ່າຈາກປີ 2015 ແລະຕົວເລກຊີ້ວ່າ ມີການເຕີບໂຕເຖິງ 56% ເມື່ອທຽບກັບປີທີ່ຜ່ານມາ ໂດຍເປັນອັດຕາການເຕີບໂຕສູງສຸດໃນຄວາມຕ້ອງການຮັບສະໝັກວຽກໃນຕຳແໜ່ງພະນັກງານ ໄອທີ ນັບແຕ່ປີ 2015 ເປັນຕົ້ນມາ,ຕາມການລາຍງານຂອງຂໍ້ມູນຂ່າວສານລະບຸວ່າຄວາມຕ້ອງການຈ້າງວິສາວະກອນໄອທີເພີ່ມຂຶ້ນສູງກວ່າທີ່ຜ່ານມາໂດຍຈະມີຄວາມຕ້ອງການສູງເຖິງ 4 ແສນຄົນ ພາຍໃນປີ 2022 ແຕ່ປະຈຸບັນ ມີພຽງປະມານ 2 ແສນຄົນທີ່ມີຄຸນສົມບັດພຽງພໍ.

ເຖິງແມ່ນວ່າຈະມີເງິນເດືອນສູງ ແລະມີສິດທິປະໂຫຍດຫຼວງຫຼາຍແຕ່ຫວຽດນາມຍັງຂາດແຄນແຮງງານໄອທີເຖິງ 90 ພັນຄົນ ໃນປີ 2019, 1 ແສນຄົນໃນປີ 2020 ແລະ 190.000 ຄົນໃນປີ 2021, ຊຶ່ງແຮງງານໄອທີອາດໄດ້ຮັບການສະເໜີຄ່າຈ້າງສູງເຖິງ 18.000 ໂດລາສະຫະລັດຕໍ່ປີ.

  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ