ປີນີ້ມຽນມາພົບກັບໄພທຳມະຊາດຢ່າງໜັກ

      ທາງການມຽນມາປະກາດວ່າ ມີຜູ້ເສຍຊີວິດ 90 ຄົນ ແລະອົບ ພະຍົບປະຊາຊົນປະມານ 2 ແສນຄົນ ຈາກເຫດດິນເຈື່ອນນໍ້າຖ້ວມໃນ ມຽນມາ.

ຕາມຂ່າວ CRI ລາຍງານວ່າ: ພາກສ່ວນຄຸ້ມຄອງໄພພິບັດມຽນມາ ເປີດເຜີຍໃນວັນທີ 28 ສິງຫານີ້ວ່າ:ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນ ມາ, ຫຼາຍແຂວງໃນປະເທດຕົນມີຝົນຕົກຢ່າງຕໍ່ເນື່ອງ ຊຶ່ງພາໃຫ້ເກີດໄພນໍ້າຖ້ວມ ແລະດິນພູເຈື່ອນ, ເຮັດໃຫ້ຢ່າງໜ້ອຍມີຜູ້ເສຍຊີວິດ 90 ຄົນ, 65 ຄົນໄດ້ຮັບບາດເຈັບ.ເຈົ້າໜ້າທີ່ພາກສ່ວນຄຸ້ມຄອງໄພພິບັດມຽນມາໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາປີນີ້ເປັນຕົ້ນມາ, ຝົນຕົກຢ່າງຕໍ່ເນື່ອງໄດ້ພາໃຫ້ເກີດໄທຳມະຊາດ, ເຮືອນຊານຖືກທຳລາຍເປັນຈຳນວນຫຼາຍ, 2 ແສນກວ່າຄົນໄດ້ຮັບຜົນກະທົບ.ຫຼາຍແຂວງ ແລະລັດໄດ້ຮັບຜົນເສຍຫາຍ, ໃນ ນີ້, ລັດມອນທາງພາກໃຕ້ຂອງປະເທດຕົນໄດ້ຮັບຜົນເສຍຫາຍຫຼາຍທີ່ສຸດ, ໄພນໍ້າຖ້ວມ ແລະດິນພູເຈື່ອນທີ່ເກີດຈາກຝົນຕົກໄດ້ເຮັດໃຫ້ລັດດັ່ງກ່າວມີ ຜູ້ເສຍຊີວິດ 78 ຄົນ, 40.000 ກວ່າຄົນ ໄດ້ຮັບຜົນກະທົບ.

ໂດຍລັດຖະບານໄດ້ຈັດຫາເຂົ້າສານ ແລະເຄື່ອງຂອງບັນເທົາທຸກອື່ນໆໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍເຫດດິນເຈື່ອນຄັ້ງນີ້ນັບເປັນ ໄພທຳມະຊາດທີ່ຮ້າຍແຮງໃນປະຫວັດສາດ ໂດຍລັດໄດ້ໃຫ້ຄວາມຊ່ວຍ ເຫຼືອປະມານ 404,6 ລ້ານຈ໊າດ ແລະໄດ້ຮັບເງິນບໍລິຈາກປະມານ 105,7 ລ້ານຈ໊າດເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບທົ່ວປະເທດ.

  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ